ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຮັດວຽກກັບການນຳແຂວງດ້ຽນບຽນ

 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຮັດວຽກກັບການນຳແຂວງດ້ຽນບຽນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ແລະ ການ​ນຳ​ຫລັກ​ແຫລ່ງ​ຂອງ
ແຂວງ ດ້ຽນ​ບຽນ
ພາບ:TTXVN

(vovworld)- ​ສືບ​ຕໍ່​ການ​​ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ດ້ຽນ​ບຽນ ຕອນ​ບ່າຍ​ວັນ​ທີ 16/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ  ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ ແລະ ພະ​ນັກ​ງານ​ຫລັກ​ແຫລ່ງຂອງ​ແຂວງ​ດ້ຽນ​ບຽນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍ້ອງ​ຍໍ ແລະ ຕ​ີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ຊື່ງ​ອົງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ ແຂວງ ດ້ຽນ​ບຽນ ບັນ​ລຸ​ໄດ້​ໃນ​ໄລ​ຍະຜ່ານ​ມາ ແລະ ສະ​ເຫນີ ແຂວງ ດ້ຽນ​ບຽນ ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ວຽກ​ງານ​ຈຸດ​ສຸມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

        “ທີ​ຫນຶ່ງ ແມ່ນ​ສືບ​ຕໍ່ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ແຮງກວ່າ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ຕາມ​ທິດ​ສ້າງ​ເສດ​ຖະ​ກິດ​ກະ​ສິ​ກຳ, ປ່າ​ໄມ້, ການ​ບໍ​ລິ​ການ - ທ່ອງ​ທ່ຽວ​ໃຫ້​ເຂັ້ມ​ແຂງກວ່າ. ທີ​ສອງ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ມີ​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ດ້ວຍ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ດ້ວຍ​ຈິດ​ໃຈ ລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ເຮັດ.”

ຕອບກັບ

ຂ່າວ/ບົດ​ອື່ນ