ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນມາອວຍພອນບຸນເຕັດ

(VOVWORLD) -ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບ ບັນດາເອກອັກຄະລັດຖະທູດ, ອຸປະທູດຂອງ 9 ປະເທດອາຊຽນມາອວຍພອນບຸນເຕັດປີ 2018
ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນມາອວຍພອນບຸນເຕັດ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນມາອວຍພອນບຸນເຕັດປີ 2018

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ບັນດາໝາກຜົນທີ່ຫວຽດນາມຍາດມາໄດ້ໃນປີ 2017 ແມ່ນຍ້ອນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພ້ອມກັບການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຈາກວົງຄະນະຍາດສາກົນ, ໃນນັ້ນມີບັນດາປະເທດອາຊຽນ.

    ສ່ວນ ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ໃນປີ 2018 ແລະ ຊຸມປີຕໍ່ໆໄປ, ພາຍໃຕ້ການນຳພາຂອງ ພັກກອມມູນິດຫວຽດນາມໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ນຳໜ້າ, ປະຊາຊົນຫວຽດນາມຈະຍາດໄດ້ບັນດາຜົນງານໃໝ່, ນຳປະເທດຫວຽດນາມພັດທະນາຢ່າງຈະເລີນຮຸ່ງເຮືອງ, ພ້ອມທັງໝັ້ນໝາຍຈະມານະພະຍາຍາມເຮັດບົດບາດຂອງເປັນຢ່າງດີເພື່ອປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບຫວຽດນາມເວົ້າສະເພາະ ແລະ ລະຫວ່າງບັນດາປະເທດອາຊຽນເວົ້າລວມ. 

ຕອບກັບ

ຂ່າວ/ບົດ​ອື່ນ