ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາຊຽນຕີ​ລາ​ຄາ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ຫວຽດ​ນາມ

(VOVWORLD) - ທ່ານ Lim  Jock Hoi ເລຂາທິການໃຫຍ່ອາຊຽນໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມໃນຖານະເປັນປະທານອາຊຽນ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາຊຽນຕີ​ລາ​ຄາ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ຫວຽດ​ນາມ - ảnh 1 ທ່ານ Lim  Jock Hoi ເລຂາທິການໃຫຍ່ອາຊຽນ (ພາບ: TTXVN) 

ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ  ທ່ານ ເລຂາທິການໃຫຍ່ອາຊຽນ Lim  Jock Hoi ຖືວ່າ ຫົວຂໍ້ຂອງປີ ຫວຽດນາມເປັນປະທານອາຊຽນ ກ່ຽວກັບການສ້າງ “ອາຊຽນມີຄວາມສະໜິດຕິດພັນ ແລະ  ເປັນເຈົ້າການຮັບມື” ແມ່ນເໝາະສົມກັບສະພາບການໃນປັດຈຸບັນທີ່ສຸດ, ພ້ອມທັງຢັ້ງຢືນວ່າ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36 ແມ່ນຫຼັກການລະອຽດໃຫ້ແກ່ນ້ຳໃຈສາມັກຄີ ແລະ ບົດບາດນຳພາຂອງອາຊຽນທີ່ໄດ້ສະແດງອອກຜ່ານການຮ່ວມມືໃນພາກພື້ນຢ່າງແຮງ. ທ່ານ Lim  Jock Hoi ໄດ້ຢັ້ງຢືນວ່າ ໃນຖານະເປັນປະທານອາຊຽນ, ຫວຽດນາມ ປະຕິບັດໄດ້ຫຼາຍວຽກງານ ແລະ ສະແດງໃຫ້ເຫັນໄດ້ການນຳພາຢ່າງແຮງໃນການນຳໜ້າບັນດາປະເທດ ຮັບມືກັບໂລກລະບາດ Covid -19, ພິເສດແມ່ນການໜູນຊ່ວຍບັນດາປະເທດສະມາຊິກອາຊຽນກໍ່ຄືບັນດາປະເທດຄູ່ເຈລະຈາໃນການຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ