ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລກປ່ຽນສານອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີເລ
(VOVWORLD) -ວັນທີ 24 ມີນາ 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ສາທາລະນະລັດ ຈີເລ Sebastian Pinera Echenique.
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ຈີເລ (25 ມີນາ 1971 – 25 ມີນາ 2021), ວັນທີ 24 ມີນາ 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ສາທາລະນະລັດ ຈີເລ Sebastian Pinera Echenique.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ແລກປ່ຽນສານອວຍພອນກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີເລ Andres Allamand Zavala.