ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງຢ້ຽມຢາມລາວ ແລະ ກຳປູເຈຍຢ່າງເປັນທາງການ
(VOVWORLD) - ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 24 – 25 ກຸມພາ ປີ 2019 ແລະ ກຳປູເຈຍ ໃນລະຫວ່າງວັນທີ 25 – 26 ກຸມພາ ປີ 2019.
ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງ |
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຟູ້ຈ່ອງ ຈະເດີນທາງໄປຢ້ຽມຢາມສັນທະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24 – 25 ກຸມພາ ປີ 2019 ແລະ ໄປຢ້ຽມຢາມທາງລັດຖະກິດຢູ່ປະເທດກຳປູເຈຍໃນລະຫວ່າງວັນທີ 25 – 26 ກຸມພາ ປີ 2019.
ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຟູ້ຈ່ອງ ປະຕິບັດຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ບຸນຍັງວໍລະຈິດ ແລະ ຕາມຄຳເຊີນຂອງເຈົ້າຊີວິດ ກຳປູເຈຍ Norodom Sihamoni.