ທ່ານເລຂາທິການໃຫ່ຍ ສປຊ ຮຽກຮ້ອງການ ເຈລະຈາຢູ່ໄທ


ທ່ານເລຂາທິການໃຫ່ຍ ສປຊ ຮຽກຮ້ອງການ ເຈລະຈາຢູ່ໄທ - ảnh 1

 (ພາບປະກອບ: .baomoi.com)

(vovworld)- ພາຍ​ຫລັງທີ່​ສານ​ລັດຖະທຳ​ມະນູນ​ໄທ​ໄດ້​ອອກ​ຄຳ​ຕັດສິນ​ບົດ​ຕຳ​ແໜ່​ງທ່ານ​ນາງ ຍິ່ງ​ຮັກ ຊິນນະ​ວັດ ນາຍົກລັດຖະມົນຕີຊົ່ວຄາວ​ໄທ ​ແລະ ສະມາຊິກ​ລັດຖະບານ 9 ທ່ານ​ເມື່ອວັນ​ທີ 5/5, ຊື່​ງຖືກ​ກ່າວ​ຫາ​ວ່າ​ສວຍ​ໃຊ້ ​ແລະ ລະ​ເມີດ​ລັດຖະທຳ​ມະນູນ, ທ່ານ​ບານ​ກີ​ມູນ ເລຂາທິການ​ໃຫ່ຍ ສປຊ ​ໄດ້​ຮຽກຮ້ອງ​ທຸກໆ​ຝ່າຍ​ຢູ່​ໄທ​ຕ້ອງ​ຮ່ວມ​ມື​ກັນ​ຊອກ​ຫາ​ມາດ​ຕະການ​ຜ່ານ​ການ​ເຈລະຈາ.

  ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ​ ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຢູ່​ໄທ​ຈົ່ງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພາຍຫຼັງ​ຄຳ​ຕັດສິນ​ຂອງ​ສານ, ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ໂດຍ​ສັນຕິ​ວິທີ ​ແລະ ປະຊາທິປະ​ໄຕ ​ເພື່ອ​ໃຫ້​ປະຊາຊົນ​ສານ​ມາດ​ເລືອກ​ຕັ້ງຄະນະ​ການ​ນຳ​ທີ່​ເໝາະ​ສົມ.

  ​ໃນ​ຂະນະ​ນັ້ນ, ວັນ​ທີ 8/5, ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ ຍິ່ງ​ຮັກ ຊິນນະ​ວັດ ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​​ໄດ້ປະກາດຈະ​ແຕ່​ຕັງລັດຖະບານ​ໃໝ່ ພາຍ​ຫຼັງ​ທີ່​ທ່ານ​ນາງ ຍິ່ງ​ຮັກ ຊິນນະ​ວັດ ​ແລະ ບັນດາ​ສະມາຊິກ​ລັດຖະບານ​ຖືກ​ບົດ​ຕຳ​ແໜ່​ງ. ສ່ວນ​ຜູ້​ສະໜັບສະໜູນ​ທ່ານ​ນາງ ຍິ່ງ​ຮັກ ຊິນນະ​ວັດ ກໍ່​ປະກາດ​ຈະ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍ​ໃນ​ວັນ​ທີ 10/5 ຈະ​ມາ​ເຖິງ./.

 

ຂ່າວ/ບົດ​ອື່ນ