ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ: ສະມາຄົມຜູ້ອາຍຸສູງສືບຕໍ່ຍູ້ແຮງວຽກງານເຫັນເປັນສັງຄົມ, ເບິ່ງແຍງດູແລ ຜູ້ອາຍຸສູງ
(VOVWORLD) -ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຢັ້ງຢືນວ່າ: ໃນປະຫວັດສາດແຫ່ງການພັດທະນາ ຂອງຊາດ ຫວຽດນາມ, ຜູ້ອາຍຸສູງມີການປະກອບສ່ວນຫຼາຍຢ່າງທີ່ຍິ່ງໃຫຍ່ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV) |
ຕອນບ່າຍວັນທີ 13 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີການພົບປະກັບບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຜູ້ມີອາຍຸສູງ ຫວຽດນາມ ຄັ້ງທີ VI. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຢັ້ງຢືນວ່າ: ໃນປະຫວັດສາດແຫ່ງການພັດທະນາ ຂອງຊາດ ຫວຽດນາມ, ຜູ້ອາຍຸສູງມີການປະກອບສ່ວນຫຼາຍຢ່າງທີ່ຍິ່ງໃຫຍ່ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ມູນເຊື້ອອັນລ້ຳຄ່າຂອງ ຜູ້ອາຍຸສູງ ຫວຽດນາມສືບຕໍ່ໂດຍພັກ ແລະ ປະທານໂຮ່ຈີມິນເສີມຂະຫຍາຍ.
ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ໃນສະພາບການໃໝ່ຄືໃນປັດຈຸບັນ, ຜູ້ອາຍຸສູງຢູ່ຫວຽດນາມ ມີນັບມື້ນັບເພີ່ມຂຶ້ນໂດຍໄວ, ພ້ອມກັນນັ້ນ ອາຍຸຍືນໄລ່ສະເລ່ຍນັບມື້ນັບສູງຂຶ້ນ, ກຳລັງຜູ້ມີອາຍຸສູງນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ, ທ່ານສະເໜີໃຫ້ສະມາຄົມຜູ້ມີອາຍຸສູງ ສືບຕໍ່ກໍ່ສ້າງສະມາຄົມໃຫ້ນັ້ບມື້ນັບໝັ້ນຄົງເຂັ້ງແຂງຮອບດ້ານ, ເພີ່ມທະວີການພັດທະນາສະມາຊິກ, ຍົກສູງຄຸນນະພາບໃນການເຄື່ອນໄຫວ, ການປະຕິບັດງານ ເປັນຕົ້ນແມ່ນສະມາຄົມຂັ້ນຮາກຖານ.