ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ, ປະກາດໃຊ້ມະຕິວ່າດ້ວຍການພັດທະນານະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ເພື່ອແນໃສ່ເສີມຂະຫຍາຍຖານະບົດບາດ ແລະ ທີ່ຕັ້ງຂອງນະຄອນຫຼວງ ຮ່າໂນ້ຍ, ກົມການເມືອງໄດ້ເປັນເອກະພາບປະກາດໃຊ້ມະຕິວ່າດ້ວຍທິດທາງ, ໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ, ປະກາດໃຊ້ມະຕິວ່າດ້ວຍການພັດທະນານະຄອນຫຼວງ ຮ່າໂນ້ຍ - ảnh 1ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນສະຫຼຸບກອງປະຊຸມ
(ພາບ: TTXVN)

ວັນທີ 01 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງປະກອບຄຳເຫັນໃສ່ແຜນຮ່າງສັງລວມສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 11 ຂອງກົມການເມືອງຊຸດທີ XI ກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ໄລຍະ 2011-2020.

        ຕີລາຄາໝາກຜົນພາຍຫຼັງໄລຍະ 10 ປີແຫ່ງການປະຕິບັດມະຕິ, ກົມການເມືອງຮັບຮູ້ ແລະ ຕີລາສູງ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີຄວາມມານະພະຍາຍາມ ແລະ ບັນລຸຜົນງານຫຼາຍຢ່າງ. ຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງນະຄອນ ຮ່າໂນ້ຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເພື່ອແນໃສ່ເສີມຂະຫຍາຍຖານະບົດບາດ ແລະ ທີ່ຕັ້ງຂອງນະຄອນຫຼວງ ຮ່າໂນ້ຍ, ກົມການເມືອງໄດ້ເປັນເອກະພາບປະກາດໃຊ້ມະຕິວ່າດ້ວຍທິດທາງ, ໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045. ດ້ວຍເປົ້າໝາຍແມ່ນ ຮອດປີ 2030, ຮ່າໂນ້ຍ ຈະນຳໜ້າທົ່ວປະເທດປະຕິບັດການຫັນເປັນອຸດສາຫະກຳ, ທັນສະໄໝໃຫ້ສຳເລັດ. ຮອດປີ 2045, ຮ່າໂນ້ຍ ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກ, ນະຄອນຫຼວງແຫ່ງອະລິຍະທຳ, ທັນສະໄໝ, ປະດິດຄິດສ້າງ, ເສດຖະກິດ, ວັດທະນະທຳ, ສັງຄົມພັດທະນາຢ່າງຮອບດ້ານ ທຽມທັນກັບບັນດານະຄອນຫຼວງ ແລະ ນະຄອນແຖວໜ້າຢູ່ພາກພື້ນ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນກ່ຽວກັບຖານະບົດບາດ, ທີ່ຕັ້ງຂອງນະຄອນຫຼວງ ທີ່ມີຄວາມສຳຄັນພິເສດ. ກ່ຽວກັບຄຳເຫັນ ຕົກລົງປັບປຸງກົດໝາຍວ່າດ້ວຍນະຄອນຫຼວງຢ່າງຮອບດ້ານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ກົດໝາຍວ່າດ້ວຍນະຄອນຫຼວງ ຕ້ອງຕິດແທດກັບເນື້ອໃນຈິດໃຈຂອງມະຕິສະບັບໃໝ່, ສືບທອດເນື້ອໃນທີ່ຍັງສອດຄ່ອງກັບກົດໝາຍທີ່ພວມປະກາດໃຊ້ ແລະ ເພີ່ມເຕີມຂໍ້ກຳນົດໃໝ່ເພື່ອດັດປັບສິ່ງເກີດຂຶ້ນໃໝ່ໃນສະພາບຕົວຈິງ, ເພື່ອປະຕິບັດໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ