(vovworld) – ວັນທີ 08/03, ທ່ານເລຂາທິການໃຫຍ່ ຄະນະບໍລິງານການສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈ່າວິງ. ຕອນເຊົ້າວັນທີ 08/03, ທ່ານເລຂາທິການໃຫຍ່ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຕຽວເກີນ ເພື່ອຊອກຮູ້ສະພາບການຜັນຂະຫຍາຍປະຕິບັດບັນດາມະຕິຂອງພັກຢູ່ຂັ້ນຮາກຖານ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ແລະ ໝາກຜົນເຊິ່ງຕາແສງ ຟຸເກີນ ແລະ ເມືອງຕຽວເກີນ ບັນລຸໄດ້, ພ້ອມທັງສະເໜີ ສືບຕໍ່ເຮັດແຈ້ງບັນດາບົດຮຽນ, ການໄຈ້ແຍກເຫດຜົນຂອງທັງວຽກງານທີ່ປະຕິບັດໄດ້ແລ້ວ ແລະ ຍັງບໍ່ທັນສາມາດປະຕິບັດໄດ້, ຈາກນັ້ນວາງອອກທິດທາງ, ໜ້າທີ່ໃຫ້ໄລຍະຈະມາເຖິງ, ຮັບປະກັນການພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່ ກໍ່ຕັກເຕື່ອນບັນດາຕາແສງ ແລະ ເມືອງ ສືບຕໍ່ປະຕິບັດວຽກງານຊົນເຜົ່າ ແລະ ສາສະໜາເປັນຢ່າງດີ, ເບິ່ງແຍງດູແລຊີວິດທຸກດ້ານໃຫ້ປະຊາຊົນ, ກະກຽມໃຫ້ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ.