ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ
ໄປຢ້ຽມຢາມປ້ອມປ້ອງກັນຊາຍແດນ ກາດບາ
(ພາບ: nguyenphutrong.net)
|
Vovworld- ວັນທີ 10/7, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫາຍຟ່ອງ ເພື່ອກວດກາການ ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ປະຕິບັດໜ້າທີ່ເສດຖະກິດສັງຄົມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປສຳຫຼວດຕົວຈິງຢູ່ເມືອງກາດຫາຍ. ເຮັດວຽກກັບການນຳ ເມືອງກາດຫາຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດເພື່ອໃຫ້ ເມືອງກາດຫາຍພັດທະນາ ແມ່ນໃຫຍ່ຫຼວງທີ່ສຸດ ດ້ວຍເງື່ອນໄຂສະດວກຫຼາຍຢ່່າງໃຫ້ແກ່ການທ່ອງທ່ຽວ, ການບໍລິການ, ການລ້ຽງປູກສິນໃນນ້ຳ, ດັ່ງນັ້ນ, ເມືອງກາດຫາຍຄວນນຳໃຊ້ບັນດາໂອກາດທີ່ດີ ເພື່ອພັດທະນາແບບຍືນຍົງ.
ຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ເຮັດວຽກກັບບໍລິສັດຜູ້ດຽວທ່າກຳປັ່ນຫາຍຟ່ອງຈຳກັດ ເພື່ອຊອກຮູ້ກ່ຽວກັບການຂຸດຄົ້ນ ແລະ ເສີມຂະຫຍາຍທີ່ໄດ້ປຽບຂອງທ່າກຳປັ່ນສາກົນໃນໄລຍະປະຈຸບັນ ແລະ ໄລຍະທີ່ຈະມາເຖິງ. ທ່ານເລຂາທິການ ໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ສະເໜີວ່າ ໄລຍະທີ່ຈະມາເຖິງ , ທ່າກຳປັ່ນຫາຍຟ່ອງສືບຕໍ່ເອົາໃຈໃສ່ສ້າງໂຄງປະກອບຄືນໃໝ່, ລົງທຶນຢ່າງມີຈຸດສຸມດ້ວຍທິດນຳສ້າງເປັນທັນສະໄໝ ແລະ ພັດທະນາເປີດກ້ວາງທ່າກຳປັ່ນອອກສູ່ທະເລ; ເຂົ້າຮ່ວມການຂຸດຄົ້ນບັນດາໂຄງການລົງທຶນຢ່າງມີປະສິດທິຜົນໃຫ້ແກ່ຫາຍຟ່ອງຄື : ເສັ້ນທາງຄວາມໄວສູງ ຮ່າໂນ້ຍ-ຫາຍຟ່ອງ, ກໍ່ສ້າງຫາຍຟ່ອງກາຍເປັນປະຕູອອກສູ່ສາກົນ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ພະນັກງານ, ກຳມະກອນທ່າກຳປັ່ນ ດິງວູ້ ແລະ ເຕີນກາງ. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ກໍໄດ້ໄປຢ້ຽມຢາມປ້ອມປ້ອງກັນຊາຍແດນ ກາດບາ.