ກອງປະຊຸມການຕ່າງປະເທດຄັ້ງທີ 27 ດ້ວຍຫົວຂໍ້ວ່າ “ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ຜັນຂະຫຍາຍ ການເຄື່ອນໄຫວດ້ານການຕ່າງປະເທດຢ່າງຄົບຊຸດ, ຮອບດ້ານ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ພັກກອມມູນິດຫວຽດນາມຢ່າງມີໄຊ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ທັນວາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນບົດບາດສຳຄັນຂອງແນວໂຮມການຕ່າງປະເທດ ແລະ ຊີ້ແຈງບັນດາຜົນງານດ້ານການຕ່າງປະເທດທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ. ທ່ານເລຂາທິການໃຫຍ່ ຮຽກຮ້ອງກອງປະຊຸມຄວນສະຫຼຸບບັນດາບົດຮຽນ, ຖອດຖອນບົດຮຽນ ແລະ ສະເໜີມາດຕະການ, ຂໍ້ສະເໜີ ຕໍ່ພັກ ແລະ ລັດ, ເພື່ອຊ່ວຍໃຫ້ວຽກງານການຕ່າງປະເທດນັບມື້ນັບມີປະສິດທິຜົນກ່ວາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈງວ່າ:
“ແນວຄິດຊີ້ນຳຂອງການເຄື່ອນໄຫວພົວພັນຕ່າງປະເທດແມ່ນປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນ ເປັນຫຼາຍຮູບຫຼາຍແບບ; ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ຮ່ວມມືຢ່າງສະເໜີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກໆປະເທດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ”
ທີ່ວາລະໄຂ, ການນຳບັນດາຄະນະ, ກະຊວງ, ຂະແໜງການໄດ້ກ່າວຄຳເຫັນ, ຕີລາຄາສູງບັນດາຜົນສຳເລັດດ້ານການພົວພັນຕ່າງປະເທດໃນຊຸມປີຜ່ານມາ, ພ້ອມກັນນັ້ນ ກໍ່ສະເໜີບັນດາມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການຕ່າງປະເທດໃນໄລຍະທີ່ຈະມາເຖິງກ່ວາອີກ.
ກອງປະຊຸມຈະສືບຕໍ່ເຮັດວຽກຮອດວັນທີ 19/12/2011 ດ້ວຍບັນດາວາລະປຶກສາຫາລືຕາມບັນດາຫົວຂໍ້: ການຕ່າງປະເທດທາງການເມືອງ, ເສດຖະກິດ, ວັດທະນະທຳ, ຂໍ້ມູນຂ່າວສານໂຄສະນາການຕ່າງປະເທດ, ວຽກງານທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ການປົກປ້ອງພົນລະເມືອງ.