ທ່ານເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຈີນ ສົ່ງສານອວຍພອນປີໃໝ່ປີຈໍ

(VOVWORLD) - ວັນທີ 08 ກຸມພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ໄດ້ແລກປ່ຽນສານອວຍພອນປີໃໝ່ ເນື່ອງໃນໂອກາດ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ຈີນ ຫ້າງຫາກະກຽມຕ້ອນຮັບບຸນເຕັດປະຈຳຊາດປີຈໍ. ເລຂາທິການໃຫຍ່ 2 ທ່ານລ້ວນແຕ່ຕີລາຄາຕັ້ງໜ້າການພັດທະນາຂອງສາຍພົວພັນ ຫວຽດນາມ - ຈີນ ໃນປີຜ່ານມາ ແລະ ຢັ້ງຢືນຄວາມປາດຖະໜາ ແລະ ຕັດສິນໃຈນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດສືບຕໍ່ພັດທະນາທັງລວງກ້ວາງ ແລະ ລວງເລິກ, ນັບມື້ນັບດີງາມ, ໝັ້ນຄົງເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນການນຳ ແລະ ປະຊາຊົນ ຈີນ ຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຜາສຸກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ກໍ່ອວຍພອນການນຳ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ຜົນງານຍິ່ງໃຫຍ່ຫລາຍຢ່າງກ່ວາອີກ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ