ທ່ານເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
(ພາບປະກອບ)

(vovworld) -     ວັນ​ທີ່ 12/9, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ເລຂາທິການ​ໃຫຍ່​ພັກ​ເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ ຫຼີຊຽນຫຼົງ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ, ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​​ໂນ້ຍ ​ໄປ​ຢ້ຽມຢາມ​ສ.ສິງກະ​​ໂປ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 – 14/9. ​ຮ່ວມ​ເດີ່ນ​ທາງ​ພ້ອມ​ກັນ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ມີ​ທ່ານ Le Thanh Hai, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ; ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ. ການ​ຢ້ຽມຢາມ​ສ.ສິງກະ​ໂປ ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ