ທ່ານ D.Trump ພວມລື່ນຄະແນນຕໍ່ທ່ານນາງ Hillary Clinton
ຊ່ອງຫວ່າງລະຫວ່າງທ່ານ Trump ແລະ ທ່ານນາງ Clinton ພວມໄດ້ຮັບການຮັກສາ
(ພາບ: US/VOV)
|
(vovworld) – ຮອດເວລາ 9 ໂມງ 50 ນາທີ ຂອງວັນທີ 9/11 (ຕາມເວລາ ຫວຽດນາມ), ຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະ Donald Trump ສືບຕໍລືນຄະແນນຕໍ່ຄູ່ແຂ່ງ ທ່ານນາງ Hillary Clinton, ສັງກັດພັກປະຊາທິປະໄຕ ກ່ຽວກັບອັດຕາ ຜູ້ຕາງໜ້າບັນດາຜູ້ມີສິດເລືອກຕັ້ງ ດ້ວຍອັດຕາ 150 – 109. ເປັນອັນວ່າ, ຮອດຈຸດເວລານີ້, ທ່ານ Donald Trump ຍາດໄດ້ຈຳນວນບັດຂອງ ຜູ້ຕາງໜ້າບັນດາຜູ້ມີສິດເລືອກຕັ້ງຢູ່ 16 ລັດ, ໃນຂະນະທີ່ທ່ານນາງ Hillary Clinton ຍາດໄດ້ໄຊຊະນະຢູ່ 9 ລັດ ພ້ອມກັບນະຄອນຫຼວງ ວໍຊິງຕັນ ດີຊີ. ໃນຂະນະນັ້ນ, ຜົນຂອງການນັບບັດ 76,3% ຢູ່ລັດ Forida ສະແດງໃຫ້ເຫັນວ່າ ທ່ານ Donald Trump ນຳໜ້າດ້ວຍອັດຕາບັດສະໜັບສະໜູນທີ່ວຸດວິດແມ່ນ 49,7% ຕໍ່ 47,8%. ການແຂ່ງຂັນຢູ່ບັນດາລັດອື່ນແມ່ນ Carolina ເໜືອ, ທ່ານນາງ Clinton ພວມນຳໜ້າຕໍ່ທ່ານ Trump ດ້ວຍອັດຕາບັດສະໜັບສະໜູນ 49,6% - 47,9%. Florida ແລະ Carolina ເໜືອ ເປັນລັດສຳຄັນໃນການເລືອກຕັ້ງປີນີ້.