ທ່ານ Joe Biden ປະກາດສະເໜີບຸກຄະລາກອນເຂົ້າບາງຕຳແໜ່ງຫຼັກແຫຼ່ງຢ່າງເປັນທາງການ
ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ -  
(VOVWORLD) -ທ່ານ Joe Biden ໄດ້ປະກາດການແຕ່ງຕັ້ງບຸກຄະລາກອນໃຫ້ແກ່ກຸ່ມນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງຕົນ.
ທ່ານ Joe Biden ໄດ້ປະກາດການແຕ່ງຕັ້ງບຸກຄະລາກອນ
(ພາບ: AP)
|
ວັນທີ 24 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ Joe Biden ໄດ້ປະກາດການແຕ່ງຕັ້ງບຸກຄະລາກອນໃຫ້ແກ່ກຸ່ມນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງຕົນ. ເລື່ອງປະກາດບັນດາການແຕ່ງຕັ້ງບຸກຄະລາກອນຫຼັກແຫຼ່ງທຳອິດເຊິ່ງທ່ານ Joe Biden ປະຕິບັດ ພາຍຫຼັງທີ່ອົງການຄຸ້ມຄອງການບໍລິການສັງລວມ (GSA) “ເປີດໄຟຂຽວ” ເພື່ອໃຫ້ວິວັດການມອບ - ຮັບສິດອຳນາດສາມາດເລີ່ມປະຕິບັດຢ່າງເປັນທາງການ. ກ່າວຄຳເຫັນທີ່ພິທີເຊິ່ງດຳເນີນຢູ່ນະຄອນ Wilmington, ທ່ານ Joe Biden ເນັ້ນໜັກວ່າ.
“ຖັນແຖວທີ່ຢູ່ເບື້ອງຫຼັງຂອງຂ້າພະເຈົ້າໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເປັນແກ່ນສານຂອງຂ້າພະເຈົ້າວ່າ ອາເມລິກາ ແມ່ນເຂັ້ມແຂງທີ່ສຸດເມື່ອຮ່ວມມືກັບບັນດາສຳພັນທະມິດຂອງຕົນ. ເບິ່ງລວມແລ້ວ, ຖັນແຖວດັ່ງກ່າວສາມາດຮັບປະກັນຜົນງານດ້ານການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດທີ່ເປັນໜ້າຈົດຈຳທີ່ສຸດໃນໄລຍະຜ່ານມາ ແລະ ເພື່ອບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນມີບົດຮຽນປະສົບການໃນການເຮັດວຽກກັບບັນດາຄູ່ຮ່ວມມືຂອງພວກເຮົາເປັນເວລານັບສິບປີ.”
ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ