( vovworld ) – ວັນທີ 2/5, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທ່ານ Le Hong Anh ພ້ອມກັບເລຂາຄະນະພັກນະຄອນເກີນເທີ Tran Thanh Man, ຫົວໜ້າຄະນະສສຊ ແລະ ບັນດາສະມາຊິກໃນຄະນະສສຊ ຊຸດທີ 13 ນະຄອນເກີນເທີ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງວິ້ງແທ້ງ ແລະ ເມືອງໂທດນົດ. ພາຍຫຼັງຮັບຟັງຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງ, ທ່ານ Le Hong Anh ໄດ້ສະເໜີໃຫ້ຜູ້ມີສິດເລືອກຕັ້ງແບ່ງປັນກັບພັກ, ລັດ ເພື່ອພ້ອມກັນປະຕິບັດບັນດາແຜນນະໂຍບາຍເປັນຢ່າງດີ, ຜ່ານຜ່າການກະທົບບໍ່ດີ. ທ່ານ Le Hong Anh ຫວັງວ່າ ຜູ້ມີສິດເລືອກຕັ້ງຈະປະກອບຄຳເຫັນຢ່າງກົງໄປກົງມາ, ຄວາມຮັບຜິດຊອບໜ້າທີຜົນລະເມືອງຂອງຕົນໃນທຸກຂົງເຂດ, ພິເສດແມ່ນການພັດທະນາເສດຖະກິດ, ເບິ່ງແຍງສຸຂະພາບ, ການສຶກສາ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ. ຄຽງຂ້າງນັ້ນ, ທ່ານ Le Hong Anh ກໍສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ຮັບຟັງຄວາມເຫັນ, ຄວາມມຸ່ງຫວັງ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເປັນປະຈຳ, ພິຈາລະນາແກ້ໄຂຢ່າງຖືກຕ້ອງຕາມກົດໝາຍ ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນປະຕິບັດບົດບາດໜ້າທີຕິດຕາມກວດກາໃຫ້ດີ, ປະກອບສ່ວນພ້ອມກັນກໍ່ສ້າງລະບົບການເມືອງໃນທ້ອງຖິ່ນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.