ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາສູນກາງພັກ ເຮັດວຽກຢູ່ແຂວງ ດ້ຽນບຽນ

ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາສູນກາງພັກ ເຮັດວຽກຢູ່ແຂວງ ດ້ຽນບຽນ - ảnh 1
(ພາບປະກອບ)

(vovworld) -​     ​ໂດຍ​ສືບ​ຕໍ່ລາຍ​ກາຍ​ກວດກາ​ການ​ຊີ້​ນຳນຳພາ ​ແລະ ການປະຕິບັດ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບການສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດຂອງ​ປະທານ​ໂຮ່ຈິ​ມິນ ຢູ່​ບັນດາ​ແຂວງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ, ຕອນ​ເຊົ້າ​ວັນ​ທີ 21/10, ທ່ານ​ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ໄດ້​ມີ​ການ​ເຮັດ​ວຽກ​ກັບຄະນະ​ພັກ​ແຂວງ​ດ້ຽນບຽນ. ທ່ານ Le Hong Anh ​ໄດ້​ຍ້ອງຍໍ​ແຂວງ​ດ້ຽນບຽນ ​ໃນ​ການ​ປະຕິບັດຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງຢ່າງ​ເຂັ້ມ​ງວດ. ​ເລື່ອງ​ປະຕິບັດ​ທີ່​ມີຂັ້ນ​ຕອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ບໍ່​ພຽງ​ແຕ່​ຖືກ​ກັບ​ການ​ແນ​ະນຳ​ເທົ່າ​ນັ້ນ ຫາກ​ຍັງ​​ເພີ່ມ​ເຕີ່​ມ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ​ອີກ​ດ້ວຍ. ວິວັດ​ການ​​ສະຫຼຸບ, ຖອດ​ຖອນ​ບົດຮຽນ, ຍົກ​ອອກ​​​ບັນ​ດາ​ວຽກ​ງານ​ທີ່​​ເຮັດ​​ໄດ້​, ບັນດາ​ວຽກ​ງານທີ່​ຍັງ​ຄົງ​ຄ້າງ, ​ເຊິ່ງຈຳກັດ; ຍ້ອງຍໍ​ບັນດາ​ໝູ່​ຄະນະ​ສ່ວນ​ບຸກຄົນ​ປະຕິບັດ​ເປັນຢ່າງ​ດີຢ່າງ​ທັນ​ການ. ທ່ານ​ Le Hong Anh ປາດ​ຖະນາ​ວ່າ ​ແຂວງ​ດ້ຽນບຽນ ສືບ​ຕໍ່​ປະຕິບັດ​ບັ້ນ​ຂົນຂວາຍ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດຂອງ​ປະທານ​ໂຮ່ຈິ​ມິນ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ ​ແລະ ຖືວ່າ ​ນີ້​ແມ່ນ​ໜ້າ​ທີ່​ຍາວ​ນານ​ຕະຫຼອດ​ໄປ, ສືບ​ຕໍ່​ຊີ້​ນຳ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເອົາ​ໃຈ​ໃສ່​ລົງທຶນ, ​ເບິ່ງ​ແຍງ​ດູ​ແລ​ບັນດາ​ຕາ​ແສງ​ຢູ່ເຂດ​ພູດ​ອຍ​ເສັ້ນ​ຊາຍ​ແດນ, ​ເຂດ​ຫາງ​ໄກ​ສອກຫຼີກ.

ຂ່າວ/ບົດ​ອື່ນ