ທ່ານ To Huy Rua ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງການປົກຄອງແຫ່ງຊາດລາວ

ທ່ານ   To Huy Rua ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງການປົກຄອງແຫ່ງຊາດລາວ - ảnh 1
(ພາບ:tohuyrua.net)

( vovworld ) -   ຕອນ​ບ່າຍ​ວັນ​ທີ 1/6, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ,​ ທ່ານ   To Huy Rua ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ລາວ​ໂດຍ​ສາດສະດາຈານ ດຣ ກິ​ແກ້ວ ​ໄຂ​ຄຳ​ພິທູນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ​ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ພົບປະ​ມິດຕະພາບ​ກັບ​ສະຖານ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ. ທ່ານ   To Huy Rua ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ພົບ​ປະ​ມິດຕະພາບ​ຂອງ​ຄະນະ​ຜູ້​ແທນ​ຢູ່ ຫວຽ​ດນາມ ຄັ້ງນີ້ ​ແລະ ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ຂອງາ​ສອງ​ປະ​ເທດ​ໃນ​ໄລຍະທີ່​ຜ່ານ​ມາ, ປະກອບສ່ວນ​ສຳຄັນ​ນຳ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-​ລາວ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນັບ​ມື້​ນັບ​ເລິກ​ເຊີ່ງ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ​ທ່ານ​ປາດ​ຖະໜາ​ວ່າ,​ ສະ​ຖາ​ບັນ​ການ​ເມືອງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ການ​ກໍ່ສ້າງ, ບຳລຸງ​ພະນັກງານ, ຄົ້ນຄ​້ວາ​ວິທະຍາສາດ, ຂໍ້​ມູນ​ເອກະສານ ​ແລະ ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​ແຕ່​ລະ​ພັກ; ປະສານ​ສົມທົບ​ກັນ​ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ, ລາວ-​ຫວຽດນາມ ປີ 2012 ​ໃຫ້​ເປັນ​ຢ່າງ​ດີ.

 

 

ຂ່າວ/ບົດ​ອື່ນ