ປະເທດອັກຊັງຕິນ
(ພາບ:dulich.chudu24.com)
( vovworld ) – ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອັກຊັງຕີນໃນວັນທີ 28 ແລະ 29/6. ໃນການພົບປະເຈລະຈາກັບຄະນະຜູ້ແທນອັກຊັງຕິນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ໄດ້ຕີລາຄາສູງທີ່ຕັ້ງບົດບາດຂອງອັກຊັງຕິນ ຢູ່ພາກພື້ນອາເມລິກາລາຕິນ ພ້ອມທັງຖືວ່າ, ການພັດທະນາການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ທີ່ບັນດາອົງການຈັດຕັ້ງລັດຖະສະພາພາກພື້ນ ແລະ ໂລກ ໄດ້ປະກອບສ່ວນຕິດພັນອາຊີ ກັບອາເມລິກາໃຕ້ ກໍ່ຄືລະຫວ່າງບັນດາປະເທດໃຕ້-ໃຕ້. ບັນດາການນຳອັກຊັງຕິນ ເນັ້ນໜັກວ່າ, ປະຈຸບັນ, ສອງປະເທດພວມຢູ່ໃນຈຸດເວລາດີທີ່ສຸດ ເພື່ອຊຸກຍູ້ການພົວພັນດ້ານການເມືອງ, ເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ ແລະ ວັດທະນະທຳກ່ວາອີກ. ທ່ານປະທານກຳມາທິການສະພາສູງອັກຊັງຕິນ Daniel Filmus ໃຫ້ຮູ້ວ່າ: ໃນໄລຍະທີ່ຈະມາເຖິງ ຈະສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບກັບຫວຽດນາມ.