ທ່ານMogensLykketoftໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ຊຸດທີ70
ທ່ານ Mogens Lykketoft
(ພາບ: dr.dk)
|
(vovworld) – ວັນທີ 15/6, ໃນວາລະປະຊຸມຄົບຄະນະຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 69 ໄດ້ເລືອກຕັ້ງທ່ານ Mogens Lykketoft, ປະທານສະພາແຫ່ງຊາດ ແດນມາດ ເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 70. ທ່ານ Mogens Lykketoft ໄດ້ຮັບການບົ່ງຕົວຈາກກຸ່ມບັນດາປະເທດພາກພື້ນ ເອີລົບ ຕາເວັນຕົກ ແລະ ຫຼາຍປະເທດເຊິ່ງເປັນສະມາຊິກຂອງ ສປຊ. ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ Mogens Lykketoft ໃຫ້ຄຳໝັ້ນສັນຍາຈະສຸດຈິດສຸດໃຈກັບວຽກງານ, ສູ້ຊົນເພື່ອຄວາມສະເໝີພາບລະຫວ່າງປະເທດຕ່າງໆ ແລະ ພັດທະນາໝັ້ນຄົງໃນໂລກ. ຕາມທ່ານແລ້ວ, ໜ້າທີ່ຈຸດສຸມໃນປະຈຸບັນຂອງປະຊາຄົມສາກົນແມ່ນປັບປຸງສັນຕິພາບ, ສະກັດກັ້ນສົງຄາມ, ຊຸກຍູ້ການພັດທະນາ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຮຽກຮ້ອງບັນດາປະເທດພ້ອມກັນຮ່ວມມືສູ້ຊົນເພື່ອບັນດາຄຸນຄ່າສູງສົ່ງຂອງມວນມະນຸດ, ກໍ່ສ້າງ ໂລກແຫ່ງຍຸຕິທຳ, ພັດທະນາ ແລະ ວັດທະນາຖາວອນ. ຄາດວ່າ, ສະມັດຊາໃຫຍ່ ສປຊ ຊຸດທີ 70 ຈະເລີ່ມເຄື່ອນໄຫວແຕ່ກາງເດືອນ 9 ຈະມາເຖິງແລະ ເປັນເວລາໜຶ່ງປີ.