ທາບທາມຄວາມເຫັນດ້ານການເມືອງຫວຽດນາມ-ອີຣານ
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Ibrahim Rahimpour ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ (ພາບ: VGP/Hải Minh)
|
(vovworld) – ໃນລະຫວ່າງວັນທີ 16 – 18/3/2015, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Ibrahim Rahimpour ຢູ່ຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນການເມືອງປະຈຳໄລຍະຄັ້ງທີ 6 ກັບກະຊວງການຕ່າງປະເທດ ຫວຽດນາມ, ຢູ່ຮ່າໂນ້ຍ. ຕອນບ່າຍວັນທີ 17/3, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຕ້ອນຮັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Ibrahim Rahimpour. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ຟ້າມບີ່ງມິງ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ, ຮ່ວມມືຫຼາຍດ້ານກັບ ອີຣານ, ຖືວ່າ 2 ຝ່າຍຄວນມານະພະຍາຍາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງ 2 ປະເທດ, ໃນນັ້ນພິເສດແມ່ນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ອີຣານຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອເດືອນ 10/2014.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 17/3, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Ibrahim Rahimpour ໄດ້ເຈລະຈາກັບ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ, 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ. ກ່ຽວກັບດ້ານເສດຖະກິດ, 2 ຝ່າຍເປັນເອກະສັນກັນເພີ່ມທະວີການສຳພັດລະຫວ່າງບັນດາກະຊວງ, ຂະແໜງການ ແລະ ວົງການນັກທຸລະກິດ 2 ປະເທດ, ຈາກນັ້ນສູ້ຊົນຍົກສູງວົງເງິນ 2 ຝ່າຍໃນຊຸມປີຈະມາເຖິງ.