ນັກຊ່ຽວຊານຍີ່ປຸ່ນ: ການພົວພັນ ຫວຽດນາມ - ຍີ່ປຸ່ນ ດີງາມທີ່ສຸດໃນຫຼາຍຂົງເຂດ

(VOVWORLD) - ເລື່ອງການນຳຂັ້ນສູງ 2 ປະເທດມີບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນໄດ້ສະແດງໃຫ້ເຫັນການພົວພັນ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ. 

ນັກຊ່ຽວຊານຍີ່ປຸ່ນ: ການພົວພັນ ຫວຽດນາມ - ຍີ່ປຸ່ນ ດີງາມທີ່ສຸດໃນຫຼາຍຂົງເຂດ - ảnh 1 ສາດສະດາຈານ Kenichi Ohno

(ພາບ: ສຳນັກຂ່າວສານ ຫວຽດນາມ)

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ແຕ່ວັນທີ 4-6 ມິຖຸນາ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ ມີບົດສຳພາດສາດສະດາຈານ Kenichi Ohno, ສັງກັດສະຖານບັນຄົ້ນຄ້ວານະໂຍບາຍແຫ່ງຊາດ ຍີ່ປຸ່ນ, ກ່ຽວກັບບັນດາຜົນກະທົບອັນຕັ້ງໜ້າຈາກການຢ້ຽມຢາມນີ້ສຳລັບການພົວພັນ 2 ຝ່າຍ ແລະ ແງ່ຫວັງພັດທະນາຂອງການພົວພັນ 2 ປະເທດໃນໄລຍະຈະມາເຖິງ. ຕາມສາດສະດາຈານ Kenichi Ohno ແລ້ວ, ຫວຽດນາມ ຍາມໃດກໍ່ນອນໃນກຸ່ມ 5 ປະເທດໄດ້ຮັບຄວາມນິຍົມຈາກວິສາຫະກິດ ຍີ່ປຸ່ນ ທີ່ສຸດ. ເລື່ອງການນຳຂັ້ນສູງ 2 ປະເທດມີບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນໄດ້ສະແດງໃຫ້ເຫັນການພົວພັນ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ. ດັ່ງນັ້ນ, ການຢ້ຽມຢາມ ຍີ່ປຸ່ນ ໃນໄລຍະຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ນຳມາເຊິ່ງຄວາມໝາຍຢັ້ງຢືນຄືນໃໝ່ການພົວພັນ 2 ຝ່າຍເປັນມິດຕະພາບ, ສະຖຽນລະພາບ. ທ່ານສາດສະດາຈານເຊື່ອໝັ້ນວ່າ: ບົນພື້ນຖານນັ້ນ, ການພົວພັນລະຫວ່າງ 2 ປະເທດ ຈະມີບາດກ້າວໃໝ່ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ