(vovworld) - ນັກທຸລະກິດໜຸ່ມອາຊຽນ+3 ມຸ່ງໄປເຖິງການພັດທະນາແບບຍືນຍົງ. ນີ້ແມ່ນຫົວຂໍ້ຂອງເວທີປາໄສນັກທຸລະກິດໜຸ່ມອາຊຽນ+3 ທີ່ໄຂຂຶ້ນຕອນເຊົ້າວັນທີ 12/12, ຢູ່ນະຄອນໂຮ່ຈິມິນ. ມີນັກທຸລະກິດໜຸ່ມ ແລະ ຫົວໜ້າຊາວໜຸ່ມຂອງ 10 ປະເທດອາຊຽນ ແລະ 3 ປະເທດຄູ່ເຈລະຈາຂອງອາຊຽນ ແມ່ນ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ 65 ຄົນ ເຂົ້າຮ່ວມເວທີປາໄສນີ້. ນີ້ແມ່ນການເຄື່ອນໄຫວການຕ່າງປະເທດໃຫຍ່ຂອງຊາວໜຸ່ມຫວຽດນາມ ໃນບັນດາການເຄື່ອນໄຫວກ້າວໄປເຖິງຂີດໝາຍສຳຄັນສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015.
ເວທີປາໄສເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາເສດຖະກິດພາກພື້ນແບບຍືນຍົງ, ຍົກສູງບົດບາດຂອງນັກທຸລະກິດໜຸ່ມໃນການນຳໜ້າປະຕິບັດບັນດາຄາດໝາຍສ້າງຕັ້ງປະຊາຄົນເສດຖະກິດອາຊຽນ ເວົ້າສະເພາະ ແລະ ປະກອບສ່ວນເຂົ້າໃນການສ້າງຕັ້ງປະຊາຄົນອາຊຽນ ໃຫ້ພັດທະນາແບບຍືນຍົງ. ທ່ານ ຫງວຽນຟີລອງ, ເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ປະທານສະຫະພັນຊາວໜຸ່ມຫວຽດນາມ ຢືນຢັນວ່າ.
“ພວກຂ້າພະເຈົ້າປາດຖະໜາວ່າ, ຜ່ານເວທີປາໄສຄັ້ງນີ້ເພື່ອເຊື່ອມຕໍ່ ແລະ ສ້າງເຄືອຂ່າຍປະຊາຄົມນັກທຸລະກິດໜຸ່ມອາຊຽນ, ເຮັດແນວໃດໃຫ້ວິສາຫະກິດມຸ່ງໄປເຖິງການພັດທະນາແບບຍືນຍົງ. ພວກເຮົາຢືນຢັນຄວາມຕັດສິນໃຈຈະປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ພັດທະນາແບບຍືນຍົງ ໂດຍອີງໃສ່ປັດໃຈແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ມີພູມປັນຍາ.”