ນັກທ່ອງທ່ຽວມາຢ້ຽມຢາມ ເກິ່ນເທີ ໃນໂອກາດ ບຸນປີໃໝ່ສາກົນ 2013 ໄດ້ເພີ່ມຂຶ້ນຢ່າງວ່ອງໄວ

ນັກທ່ອງທ່ຽວມາຢ້ຽມຢາມ ເກິ່ນເທີ ໃນໂອກາດ ບຸນປີໃໝ່ສາກົນ 2013 ໄດ້ເພີ່ມຂຶ້ນຢ່າງວ່ອງໄວ - ảnh 1
ຕະຫຼາດບົນແມ່ນ້ຳຢູ່ເກິ່ນເທີ
(ພາບ ອິນເຕີແນດ)

(vovworld) - ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ເກິ່ນ​ເທີ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ໃນ​ໂອກາດ​ບຸນປີ​ໃໝ່​ສາກົນ 2013. ຢູ່​ສະຖານ​ທີ່​ບັນ​ເທິງ​ຕ່າງໆ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ບັນດາ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ຫຼາຍ​ທີ່​ສຸດ​ນັ້ນ​ແມ່ນ​ຕະຫຼາດ​ເທິງ​​ແມ່​ນ້ຳ ກ໋າຍຮັງ, ​ເຂດ​ທ່ອງ​ທ່ຽວ  ມີ້​ແຄ໋ງ, ​ເຮືອນ​ສວນ ​ແລະ ຕະຫຼາດ​ເກົ່າ. ​ເອື້ອຍ ຕ້າ​ທິ​ແທງ​ທູຍ, ຜູ້ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ ອ໋າດົງ (​ອາຊີ​ຕາ​ເວນ​ອອກ), ​ໃຫ້​ຮູ້​ວ່າ:

”​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຕ່າງປະ​ເທດ​ມັກ​ທ່ອງ​ທ່ຽວຢູ່​ຕາມ​ລຳ​ແມ່​ນ້ຳ ​ແລະ ສວນ​ໝາກ​ໄມ້​ທີ່​ສຸດ. ​ເພາະວ່າ​ຕະຫຼາດ​​ເທິງ​ແມ່​ນ້ຳ​ຢູ່​ຕ່າງປະ​ເທດ​ບໍ່​ມີ. ດັ່ງ​ນັ້ນ, ມາ​ແຫ່ງ​ນີ້ ​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ”

ຢູ່​ທ່າ​ກຳ​ປັ່ນ​ທ່ອງ​ທ່ຽວ ນິງກ່ຽວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ໄປມາ​​ໃນ​ຕອນ​ເຊົ້າ​ວັນ​ທີ 30/12 ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ຊຸມ​ມື້ກ່ອນ​ນີ້. ຄາດ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ເກິ່ນ​ເທີ ​ໃນ​ຊຸມ​ມື້​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ.

 

 

 

 

ຂ່າວ/ບົດ​ອື່ນ