ນັກປະພັນວັນນະຄະດີ ຫວຽດນາມ ຢູ່ພາຍໃນ, ຕ່າງປະເທດພົບປະສັງກັບດ້ວຍພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) - ການພົບປະສັງສັນຄັ້ງທຳອິດ “ນັກປະພັນວັນນະຄະດີດ້ວຍພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ໂດຍສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຈັດຕັ້ງແຕ່ວັນທີ 20 – 25 ຕຸລາ, ຢູ່ຮ່າໂນ້ຍ.

ນັກປະພັນວັນນະຄະດີ ຫວຽດນາມ ຢູ່ພາຍໃນ, ຕ່າງປະເທດພົບປະສັງກັບດ້ວຍພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1ທ່ານ ຫືວຖິງ,ປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ  

(ພາບ: Quang Quyết/TTXVN)

ເຂົ້າຮ່ວມການພົບປະສັງສັນທີ່ມີຄວາມໝາຍນີ້, ມີນັກປະພັນດີເດັ່ນຢູ່ພາຍໃນປະເທດ 50 ຄົນ ແລະ ນັກປະພັນວັນນະຄະດີ ຫວຽດນາມ ດຳລົງຊີວິດຢູ່ 13 ປະເທດໃນໂລກ 13 ຄົນ. ການພົບປະນີ້ ໄດ້ຊ່ວຍສະໜິດຕິດພັນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດພ້ອມກັນອວາຍໜ້າເມືອຫາບ້ານເກີດເມືອງນອນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທຳມະນຸດ, ມຸ່ງໄປເຖິງສິ່ງທີ່ດີງາມໃນນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ. ການພົບປະກໍ່ສ້າງກົນໄກສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດານັກປະພັນວັນນະຄະດີຕ່າງປະເທດກັບສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ກ່ຽວກັບການປະພັນ, ປະກາດບົດປະພັນ; ພ້ອມທັງຊ່ວຍໃຫ້ເຂົາເຈົ້າເຂົ້າໃຈແຈ້ງກ່ວາກ່ຽວກັບຜົນງານແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ມີຫຼາຍບົດປະພັນວັນນະຄະດີຮັບໃຊ້ມະນຸດ ແລະ ວັດທະນະທຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ