ສາດສະດາຈານ ເຈີນແທງເວີນ
ພາບປະກອບ:internet
|
(vovworld)-ມີນັກປາດວິທະຍາສາດສາກົນ ກວ່າ 200 ທ່ານ ມາຈາກກວ່າ 30 ປະເທດ,ໃນນັ້ນ ມີນັກວິທະຍາຍາດ, ນັກປາດ 7 ທ່ານທີ່ໄດ້ຮັບລາງວັນ Nobel ຈະເຂົ້າຮ່ວມ “ງານພົບປະຫວຽດນາມ ຄັ້ງທີ 9” ຢູ່ ນະຄອນ ກູຍເຍີນ ແຂວງ ບີ່ງດີ້ງ ແຕ່ວັນທີ 28/7-17/8. ນີ້ແມ່ນການເຄື່ອນໄຫວໂດຍອົງການພົບປະຫວຽດນາມ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ບີ່ງດີ້ງ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງການຮ່ວມມື ຫວຽດນາມ - ຝລັ່ງ ແລະ 20 ປີແຫ່ງວັນສ້າງຕັ້ງອົງການພົບປະຫວຽດນາມ. ຂ່າວຄາວດັ່ງກ່າວໂດຍແມ່ນສາດສະດາຈານ ເຈີນແທງເວີນ, ຜູ້ສ້າງຕັ້ງອົງການພົບປະຫວຽດນາມ ແບ່ງປັນທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 23/7 ຢູ່ ຮ່າໂນ້ຍ.