ນັກປາຖະກະຖາ NickVujicicໂອ້ລົມກັບເດັກນ້ອຍນະຄອນໂຮ່ຈີມິນ
Nick Vujicic ໃນການໂອ້ລົມກັບເດັກນ້ອຍ ນະຄອນ ໂຮ່ຈີມິນ ໃນວັນທີ 22/3
|
(vovworld) – ຕອນບ່າຍວັນທີ 22/3, ນັກປາຖະກະຖາ ບໍ່ມີແຂນ, ຂາ Nick Vujicic ໄດ້ມາ ຫວຽດນາມ ແລະ ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ພວກນ້ອງດີງາມຄືດັ່ງພວກນ້ອງເອງ” ມີເດັກນ້ອຍເກືອບ 500 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ໂຮ່ຈີມິນ ເຂົ້າຮ່ວມ.
ໃນການມາ ຫວຽດນາມ ຄັ້ງທີ 3 ນີ້, ນັກປາຖະກະຖາ Nick Vujicic ຈະເຂົ້າຮ່ວມບັນດາເຫດການທີ່ມີຊື່ວ່າ: “ມານະຈິດ ຫວຽດນາມ 2015 – Nick, ເພື່ອນ ແລະ ຂ້ອຍ” ດຳເນີນໄປຢູ່ນະຄອນ ໂຮ່ຈີມິນ, ແຂວງເລີມດົ່ງ ແລະ ເງະອານ ແຕ່ວັນທີ 22 – 25/3. ບັນດາເດັກນ້ອຍເຂົ້າຮ່ວມການໂອ້ລົມສົນທະນາແມ່ນເດັກພິການ, ເດັກກຳພ້າ ທີ່ພວມໄດ້ຮັບການລ້ຽງດູໃນບັນດາຊາຍຄາແຫ່ງຄວາມອົບອຸ່ນທີ່ບໍລິເວນນະຄອນ ໂຮ່ຈີມິນ. ຜ່ານການແບ່ງປັນບັນດາເລື່ອງລາວຂອງຕົນ, ບັນດາແງ່ມູມກ່ຽວກັບຊີວິດການເປັນຢູ່ , Nick Vujicic ໄດ້ປະກອບສ່ວນປຸກລຸກແຫຼ່ງອາລົມທີ່ແຂງແຮງກ່ຽວກັບມານະຈິດໃຫ້ບັນດາເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ຊ່ວຍໃຫ້ພວກນ້ອງມີຄວາມເຊື່ອໝັ້ນ ແລະ ຮັກແພງຊີວິດກ່ວາອີກ.