( vovworld ) - ເພື່ອສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ,ຕອນຄໍ່າວັນທີ 22/05, ສູນກາງສະມາຄົມນັກສຶກສາຫວຽດນາມ ໄດ້ສົມທົບກັບຄະນະຊາວໜຸ່ມເຍົາວະຊົນ, ໂທລະພາບຫວຽດນາມ, ຈັດລາຍການສິນລະປະດົນຕີດ້ວຍຫົວເລື່ອງວ່າ “ ໂລກຮ້ອງເພງກ່ຽວກັບລຸງໂຮ່ ”. ລາຍການ “ ໂລກຮ້ອງເພງກ່ຽວກັບລຸງໂຮ່ ” ແມ່ນເວທີການພົບປະຂອງບັນດານັກຮຽນ, ນັກສຶກສາຕ່າງປະເທດທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ຫວຽດນາມ, ພ້ອມກັນນັ້ນກໍ່ແມ່ນຂົວເຊື່ອມຕໍ່ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາຫວຽດນາມ ກັບເພື່ອນມິດສາກົນ. ໃນລາຍການນີ້, ບັນດາບົດເພງທີ່ມີຫົວເລື່ອງຍ້ອງຍໍສັນລະເສີນປະທານໂຮ່ຈິມິນ ເຊິ່ງນັກສຶກສາຕ່າງປະເທດ 30 ຄົນມາຈາກບັນດາປະເທດຄື; ລາວ, ກຸຍບາ, ຈີນ, ລັດເຊຍ, ສ.ເກົາຫຼີ… ໄດ້ນຳສະເໜີບົດເພງຄື; Bai ca Ho Chi Minh ແປ່ວ່າ ບົດເພງກ່ຽວກັບປະທານໂຮ່ຈິມິນ, Bac Ho mot tinh yeu bao la ແປ່ວ່າ ລຸງໂຮ່ ຄວາມຮັກທີ່ຍິ່ງໃຫຍ່, Nhu co Bac trong ngay vui dai thang ແປ່ວ່າ ປຽບເໝືອນມີລຸງໂຮ່ ໃນວັນມະຫາໄຊ … ຫວນຫານຊີ ທີ່ມາຈາກຈີນ, ປະຈຸບັນພວມແມ່ນນັກສຶກສາສັງກັດມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ, ໄດ້ແບ່ງປັນວ່າ.
“ ໃນມື້ນີ້, ເມື່ອໄດ້ຂັບຮ້ອງບົດເພງ Bai ca Ho Chi Minh, ຂ້າພະເຈົ້າຮູ້ສຶກໄດ້ວ່າ ປະທານໂຮ່ຈິມິນ ແມ່ນຜູ້ທີສະຫຼາດສ່ອງໃສ ແລະ ຍິ່ງໃຫຍ່ໃນປະຫວັດສາດ. ຂ້າພະເຈົ້າເຄົາລົບລຸ່ງໂຮ່. ຂ້າພະເຈົ້າຮູ້ວ່າ ຈີນ ແລະ ຫວຽດນາມ ມີມູນເຊື້ອມິດຕະພາບມາແຕ່ດົນນານ, ຂ້າພະເຈົ້າຫວັງວ່າຄວາມສາມັກຄີນັ້ນຈະນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາ ”.