ນັກສຶກສາ ຫວຽດນາມ ຮັບລາງວັນການນຳຫນຸ່ມກ່ຽວກັບສິ່ງແວດລ້ອມ Bayer ທົ່ວໂລກ

ນັກສຶກສາ ຫວຽດນາມ ຮັບລາງວັນການນຳຫນຸ່ມກ່ຽວກັບສິ່ງແວດລ້ອມ Bayer ທົ່ວໂລກ - ảnh 1


(vovworld) - ຜູ້ຕາງຫນ້າກຸ່ມບໍລິສັດ Bayer ແລະ ຄະນະກຳມະການສິ່ງແວດລ້ອມ ຂຶ້ນກັບ ສປຊ ໃຫ້ຮູ້ວ່າ: ນັກສຶກສາ ຫວຽດນາມ Dang Huynh Mai Anh(ຢູ່​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ​ຫວຽດນາມ), ທູດ​ສິ່ງ​ແວດ​ລ້ອມ Bayer ຫວຽດນາມ ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ການ​ນຳ​ຫນຸ່ມ​ກ່ຽວ​ກັບສິ່ງ​ແວດ​ລ້ອມ Bayer ທົ່ວ​ໂລກ​ປີ 2012. ນັກ​ສຶກສາ Dang Huynh Mai Anh ​ໄດ້​ໝູນ​ໃຊ້ຄວາມ​ຮູ້ດ້ານ​ເສດຖະກິດ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ ​ເມື່ອ​ຜັນ​ຂະຫຍາຍ​ແນວ​ຄວາມ​ຄິດ​​ຊ່ວຍ​ບັນດາ​ຄອບຄົວ​ຫລຸດຜ່ອນ​ການ​ນຳ​​ໃຊ້​ປະລິມານພະລັງງານ, ຂີ້​​ເຫຍື້ອ ​ແລະ ນຳ​ໃຊ້​ແຫ​ລ່ງຊັບພະຍາກອນ​ປະຢັດ​ເພື່ອ​ປະຢັດ​ລາຍ​ຈ່າຍ.  ລາງວັນ​ກາ​ນນຳ​ຫນຸ່ມ​ສິ່ງ​ແວດ​ລ້ອມ Bayer ທົ່ວ​ໂລກ ນອນ​​ໃນ​ຂອບ​ເຂດ​ໂຄງການ​ທູດ​ສິ່​ງ​ແວດ​ລ້ອມ Bayer ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ປະຈຳ​ປີ.

ຂ່າວ/ບົດ​ອື່ນ