ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baomoi.com
|
(vovworld)- “ນັກສິລະປິນ, ປັນຍາຊົນນະຄອນຫລວງ ຮ່າໂນ້ຍ ກັບອະທິປະໄຕເຂດທະເລໝູ່ເກາະຫວຽດນາມ” ແມ່ນຫົວເລື່ອງຂອງກອງປະຊຸມສຳມະນາ ໂດຍສະຫະພັນສິລະປະວັນນະຄະດີ ຮ່າໂນ້ຍ ແລະ ຫນັງສືພິມ ຊາວຮ່າໂນ້ຍ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 25/6. ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ລ້ວນແຕ່ຄັດຄ້ານການກະທຳທີ່ຜິດພາດຂອງຈີນ, ເປັນຕົ້ນແມ່ນການກະທຳໃຊ້ຄວາມຮຸນແຮງຂອງບັນດາກຳປັ່ນຈີນ ທີ່ຕຳໃສ່, ສີດນ້ຳຂະຫນາດແຮງໃສ່ກຳປັ່ນຕຳຫລວດທະເລ, ກຳລັງກວດກາການປະມົງຂອງຫວຽດນາມ ພວມປະຕິບັດຫນ້າທີ່ຢູ່ທະເລ, ຕຳກຳປັ່ນຫາປາຂອງຫວຽດນາມໃຫ້ຈົມນ້ຳ. ສິ້ນສຸດກອງປະຊຸມສຳມະນາ, ສະຫະພັນສິລະປະວັນນະຄະດີ ຮ່າໂນ້ຍ ໄດ້ອອກຖະແຫລງການຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ ພ້ອມທັງຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນ ແລະ ບັນດາກຳປັ່ນຄຸ້ມຊູອອກຈາກເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ.