ນັກຮົບເກົ່າຮ່ວມແຮງຮ່ວມໃຈສ້າງການພົວພັນຫວຽດນາມ - ອາເມລິກາ

ນັກຮົບເກົ່າຮ່ວມແຮງຮ່ວມໃຈສ້າງການພົວພັນຫວຽດນາມ - ອາເມລິກາ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/3, ຢູ່ ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ຄະນະ​ນັກຮົບ​ເກົ່າ​ເພື່ອ​ສັນຕິພາບ (VFP) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ: “ບົດບາດ​ຂອງ​ນັກຮົບ​ເກົ່າ​ໃນ​ການ​ສ້າງ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ລາຍການ​ເຮັດ​ວຽກ​ຂອງຄະນະ​ນັກຮົບ​ເກົ່າ​ເພື່ອ​ສັນຕິພາບສາຂາ 160 ອາ​ເມ​ລິ​ກາ - ຫວຽດນາມ. ທີ່​ການ​ເຈລະຈາ, ບັນດານັກຮົບ​ເກົ່າ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສາຍ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ; ບັນດາ​ການ​ທ້າ​ທາຍ​ທີ່​ຍັງ​ຄົງ​ຄ້າງ​ຍ້ອນ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງຄາມ… ນະ​ທີ່​ນີ້, ບັນດາ​ນັກຮົບ​ເກົ່າ ອາ​ເມ​ລິ​ກາສະ​ແດງ​ຄວາມ​ສະ​ເທືອ​ນ​ໃຈ​ເມື່ອ​ໄດ້​ກັບ​ຄືນ ຫວຽດນາມ; ພ້ອມ​ທັງ​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ປ່ຽນ​ແປງ, ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ໃນ​ພາລະກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ເພື່ອ​ສ້າງສາ​ປະ​ເທດ. ທ່ານ David Martin Anderson, ນັກຮົບ​ເກົ່າ ອາ​ເມ​ລິ​ກາ ທີ່​ເຂົ້າຮ່ວມ​ສົງຄາມ​ຢູ່ ຫວຽດນາມ​ໄລຍະ 1968-1969, ​ແບ່ງປັນ​ວ່າ:

ການ​ເຈລະຈາ​ໃນ​ມື້​ນີ້​ແມ່ນ​ຈັບ​ອົກ​ຈັບ​ໃຈ​ຫຼາຍ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ໂຊກ​ດີ​​ທີ່​​ໄດ້ມີໜ້າ​ຢູ່​ທີ່​ນີ້ ​ເພື່ອ​​ພົບ​ປະ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ນັກຮົບ ຫວຽດນາມ. ຂ້າພະ​ເຈົ້າ​​​ໄດ້​ຮູ້​ວ່າ, ຊາວ ຫວຽດນາມ ກໍ່​ຄື​ນັກຮົບ ຫວຽດນາມ ບໍ່​ມີ​ຄວາມອາ​ຄາດ​ບາດໝາງ​ຕໍ່ຝ່າຍ​ ອາ​ເມ​ລິ​ກາ​ອີກ. ຂ້າພະ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ຍັງຈະ​ກັບ​ຄືນ​ປະ​ເທດ​ພວກ​​ເພື່ອນຄືນ​ໃໝ່​ອີກ​ເພື່ອ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃຫ້​ຫວຽດນາມ. ຂ້າພະ​ເຈົ້າ​ຢາກ​ສະໜັບສະໜູນ​ເງິນ​ບ້ວງ​ໜຶ່ງ​ໃຫ້​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ​ໃຫ້​ເດັກນ້ອຍ​ຫວຽດນາມ“.

ຂ່າວ/ບົດ​ອື່ນ