(VOVWORLD) - ໃນລະຫວ່າງວັນທີ 20 – 23 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ທຳການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedeva.
ກ່ອນການຢ້ຽມຢາມ, ບັນດານັກຮຽນຮູ້ສັງກັດສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນ - ສະຖາບັນຕາເວັນອອກໄກ - ສະຖາບັນບັນດິດວິທະຍາສາດລັດເຊຍ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມນີ້ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລັດເຊຍ ແລະ ຫວຽດນາມ. ນັກຮຽນຮູ້ Evgeny Kobelev ໃຫ້ຮູ້ວ່າ:
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມີຄວາມໝາຍໃຫຍ່ຫລວງກ່ຽວກັບດ້ານການເມືອງ ແລະ ເສດຖະກິດ. ພາຍຫລັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີໃນປີ 2016, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກລະຫວ່າງ ລັດເຊຍ ແລະ ຫວຽດນາມ ບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ. 2 ປະເທດໄດ້ເປີດກ້ວາງການຮ່ວມມືໃນຫລາຍຂົງເຂດຄື: ເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ອຸດສາຫະກຳ, ພະລັງງານ, ຈັກກະວານ, ການປ້ອງກັນຊາດ.