ນັກຮຽນຮູ້ ເຢຍລະມັນ ມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ນັກຮຽນຮູ້ ເຢຍລະມັນ ມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
ບັນດາ​ແຜນ​ທີ່​ຫວຽດນາມ ​ຍາດ​ໄດ້​ຄວາມ​ສົນ​ໃຈ
​ຂອງ​ເພື່ອນ​ມິດ​ເຢຍລະ​ມັນ ​ແລະ ສາກົນ
(ພາບ: Vietnam+)


(vovworld) – ທີ່​ງານ​ຕະຫຼາດນັດ​ສາກົນ​ປີ 2015, ຊຶ່ງພວມ​ດຳ​ເນີນ​ຢູ່ Berlin, ປະ​ເທດ​ສາທາລະນະ​ລັດ​ສະຫະພັນ​ເຍລະ​ມັນ, ​ໃນ​ລະຫວ່າງ​ວັນ​ທີ 04 – 08/03 (ITB 2015), ​ບັນດາ​ແຜນ​ທີ່​ຫວຽດນາມ ​ຍາດ​ໄດ້​ຄວາມ​ສົນ​ໃຈ​ຂອງ​ເພື່ອນ​ມິດ​ເຢຍລະ​ມັນ ​ແລະ ສາກົນ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ ທີ່​ງານ​ຕະຫຼາດນັດ ITB 2015, ​ຫວຽດນາມ ​ໄດ້​ວາງສະ​ແດງ​ແຜນ​ທີ່​ທີ່ມີຮູບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນແຈ້ງ​ອະທິປະ​ໄຕ​ຂອງ 2 ໝູ່​ເກາະ​ນີ້​ຂຶ້ນ​ກັບ​ຫວຽດນາມ. ນອກຈາກ​ນັ້ນ, ຍັງ​ມີ​ບັນດາ​ຂໍ້​ມູນ​ຊີ້​ແຈ້ງ​ຫຼັກ​ຖານ​ດ້ານ​ກົດໝາຍ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ​ດັ່ງກ່າວ, ກໍ່​ຄື​ການ​ກະທຳ​​ຂອງ​ຈີນ ທີ່ລະ​ເມີດ​ອະທິປະ​ໄຕກົດໝາຍ​ຂອງ​ສາກົນ ​ແລະ ຂໍ້​ມາດຕາ​ທີ 5 ​ໃນ​ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເມື່ອ​ປະ​ເທດ​ນີ້ ພວມ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ບັນດາ​ເກາະ​ທີ່​ຂຶ້ນກັບ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອ​ງຊາ​ຂອງ​ຫວຽດນາມ, ທຳລາຍ​ສະພາບ​ເດີມ​​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເລື່ອງ​ຈີນ​ພວມ​ກໍ່ສ້າງ​ເປີດ​ກວ້າ​ງ​ບາງ​ເກາະ​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ ຂອງ​ຫວຽດນາມ ​ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ເຢຍລະ​ມັນ. ໃນ​ຈຳນວນ​ນັກຮຽນ​ຮູ້​ເຢຍລະ​ມັນ, ມີ​ສາດສະດາຈານ, ດ.ຣ Howard Loewen ສັງ​​ກັດສະ​ຖາ​ບັນ​ຄົ້ນຄວ້າ​ສັນຕິພາບ Humburg, ທ່ານ Howard Loewen ​ໃຫ້​ຮູ້​ວ່າ, ​ເລື່ອງ​ຈີນ​ສຳ​​​ໃຊ້​ຍຸດທະວິທີ “ກໍ່ສ້າງ​ເກາະ” ​ແມ່ນ​ເພື່ອ​ແນ​ໃສ່​ເປີດ​ກວ້າງ ​ແລະ ປັບປຸງ​ສິດອຳນາດ​ຢູ່​ບັນດາ​ເກາະ ພວມ​ຢຶດຄອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ, ​ຂະນະ​ທີ່​ໄດ້​ທຳລາຍ​ສະພາບ​ເດີມ​ຢູ່​ບັນດາ​ເກາະ ​ແລະ ​ແມ່ນ​ການ​ຜັນ​ແປ່​ທີ່​ອັນ​ຕະລາຍ ຍ້ອນ​ອາດ​ຈະ​ເຮັດ​​ໃຫ້​ຂາດ​ຄວາມ​ສະ​ຫງົບ​ປອດ​ໄພ, ສະຖຽນ​ລະ​ພາບຂອງ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ