ນິງບິ່ງສືບຕໍ່ຈັດຕັ້ງການຜະລິດຕາມທິດສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່
ນິງບິ່ງສືບຕໍ່ຈັດຕັ້ງການຜະລິດຕາມທິດສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່
(ພາບ: VGP)
(vovworld) - ນິງບິ່ງ ສືບຕໍ່ຈັດຕັ້ງການຜະລິດຕາມທິດ ສຸມໃສ່ເຂົ້າໃນບັນດາຜະລິດຕະພັນຕົ້ນຕໍ. ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ໃນຕອນເຊົ້າວັນທີ 04/12, ທີ່ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2011 – 2015 ຂອງແຂວງນິງບິ່ງ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີວ່າ.
“ແຂວງນິງບິ່ງ ຕ້ອງປຸກລະດົມຢ່າງສຸດຂີດ ແລະ ນຳໃຊ້ບັນດາແຫຼ່ງກຳລັງໃນການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ປະຕິບັດວຽກງານປະສານສົມທົບຕິດພັນກັບບັນດາແຜນການ, ໂຄງການພັດທະນາເສດຖະກິດສັງຄົມໃນບໍລິເວນ, ໂດຍສະເພາະແມ່ນໂຄງການຈຸດໝາຍແຫ່ງຊາດຊົນນະບົດໃໝ່ ແລະ ໂຄງການແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ສືບຕໍ່ນຳໃຊ້ບັນດາກົນໄກ, ນະໂຍບາຍລວມມີທິດທາງກໍ່ສ້າງຊົນນະບົດໃໝ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງ ແລະ ຄວາມສາມາດປະກອບສ່ວນຂອງປະຊາຊົນຢ່າງມີປະສິດທິຜົນ. ພ້ອມກັບການສູ້ຊົນປະຕິບັດສຳເລັດບັນດາຄາດໝາຍທີ່ຍັງເຫຼືອ, ເອົາໃຈໃສ່ເພີ່ມທະວີ ແລະ ຍົກສູງຄຸນນະພາບຄາດໝາຍທີ່ບັນລຸໄດ້ແລ້ວ ເພື່ອກໍ່ສ້າງຊົນນະບົດໃໝ່ຢ່າງແທດຈິງ ແລະ ຍືນຍົງ.”