ນະຄອນບັກຢາງໄດ້ຮັບການຮັບຮອງເປັນຕົວເມືອງອັນດັບ 2

ນະຄອນບັກຢາງໄດ້ຮັບການຮັບຮອງເປັນຕົວເມືອງອັນດັບ 2 - ảnh 1
ທ່ານ ຫງວຽນທ້ຽນເຍີນ ໄດ້ປະດັບຫຼຽນໄຊເອກະລາດໃຫ້ ແຂວງບັກຢາງ
(ພາບ: VGP/Từ Lương)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/2, ​ແຂວງ​ບັກ​ຢາງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ ​​ແລະ ປະກາດ​ສ້າງ​ຕັ້ງ​ນະຄອນບັກ​ຢາງ​ແມ່ນ​ຕົວ​ເມືອງ​ອັນ​ດັບ ​2. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຊີ້​ແຈ້ງວ່າ:

        “ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ບັກ​ຢາງ ສຸມ​ໃສ່​ຊີ້​ນຳ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ປັບປຸງ​ບັນດາ​ຄາດໝາຍ​ເສດຖະກິດ, ສັງຄົມ​ຂອງ​ແຂວງ ​ແລະ ນະຄອນ​ເຊິ່ງ​ໄດ້​ວາງ​ອອກ. ຍູ້​ໄວ​ວິວັດ​ແຫ່ງ​ການ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ​ຂອງ​ແຂວງ, ​ເຂົ້າ​ຮ່ວມ​ລະບົບ​ສະໜອງ​ສິນຄ້າ​ໃຫ້​ຕະຫຼາດ​ໃນ​ເຂດ ​ແລະ ​ໃນ​ທົ່ວ​ປະ​ເທດ

        ​ໂອກາດ​ນີ້, ນະຄອນ​ບັກ​ຢາງ​ເປັນ​ກຽດ​ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ຈາກ​ປະທານ​ປະ​ເທດ.

ຂ່າວ/ບົດ​ອື່ນ