ນະຄອນໂຮ່ຈິມິນຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ກຳປູເຈຍ

ນະຄອນໂຮ່ຈິມິນຈັດພິທີສະເຫຼີມສະຫຼອງ  ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ກຳປູເຈຍ - ảnh 1

(ພາບປະກອບ:ptthdaknong.com.vn)​

( vovworld ) –  ຕອນ​ເຊົ້າວັນ​ທີ 21/6/2012, ຢູ່ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈ​ຍ (24/6). ອ່ານ​ສູນ​ທອນ​ພົດ​ທີ່​ພິທີ, ທ່ານ Le Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຫວນ​ຄືນ​ໄລຍະ 45 ປິ​ແຫ່ງ​ການສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງສອງ​ປະ​ເທດ ດ້ວຍ​ບັນດາ​ຜົນງານ​ແຫ່ງ​ການ​ຮ່ວມ​ມື​ອັນ​ໃຫ່ຍຫຼວງ​ໃນ​ຫຼາຍ​ຂົງ​ເຂດ. ການ​ພົວພັນ​ດ້ານ​ການ​ເມືອງ​ສືບ​ຕໍ່​ໄດ້​ຮັບການ​ຮັດ​ແໜ້ນ, ການ​ພົວພັນ​ດ້ານ​ເສດຖະກິດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກ້ວາງ. ສອງ​ປະ​ເທດ​ໄດ້ ​ແລະ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ບັນດາ​ອົງ​ການຈັດຕັ້ງສາກົນ. ມາ​ຮອດ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ໂຮ່ຈິ​ມິນ ມີ 34 ​ໂຄງການ​​ໄດ້​ຮັບ​ໜັງສື​ອະນຸຍາດ​ລົງທຶນ​ຢູ່ກຳ​ປູ​ເຈຍ ​ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 189 ລ້ານ​ໂດ​ລາ​ສະຫະລັດ​ໃນ​ບັນດາ​ຂົງ​ເຂດ: ການ​ລົງທຶນ, ການ​ຄ້າ, ອຸດສາຫະກຳ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ບຳລຸງ​ສ້າງ…​ທ່ານLe Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ: “ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ​ ຍາມ​ໃດ​ກໍ່​ຖືເປັນ​ສຳຄັນ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ເຂົ້າ​ໃນ​ນ້ຳໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ. ພວກ​ເຮົາ​ມີ​ຄວາມ​ເຊື່ອໝັ້ນຢ່າງ​ເລິກ​ເຊີ່ງວ່າ ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພ້ອມ​ດ້ວຍ​ຄວາມ​ມານະ​ພະຍາຍາມຢ່າງບໍ່​ຢຸດ​ຢັ້ງຂອງການ​ນຳ ​ແລ​ະ ປະຊາຊົນ​ສອງ​ປະ​ເທດ, ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ, ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ​ພະນົມ​ເປັນ ຈະ​ປະສົບ​ຫລາຍຜົນງານກ່ວາ​ອີກ​“.

 

 

ຂ່າວ/ບົດ​ອື່ນ