ນະຄອນໂຮ່ຈີມິນຍາມໃດກໍ່ຖືເປັນສຳຄັນການຮັກສາແລະເພີ່ມພຸນຄຸນສ້າງການພົວພັນຫວຽດນາມ-ກູບາແມ່ນໜ້າທີ່ສຳຄັນ
ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດິງລາທັງ
ຕ້ອນຮັບທ່ານ Salvador Valdes Mesa
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ນະຄອນ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນການຮັກສາແລະເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ກູບາ ແມ່ນໜ້າທີ່ສຳຄັນ - ນັ້ນແມ່ນຄຳຢືນຢັນຂອງທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດິງລາທັງ ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດ ກູບາ ໂດຍທ່ານ Salvador Valdes Mesa, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງລັດ ກູບາ ນຳໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 23/6. ທ່ານເລຂາຄະນະພັກນະຄອນ ດິງລາທັງ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ຍາມໃດກໍ່ກຽມພ້ອມແລກປ່ຽນ ແລະ ແບ່ງປັນບົດຮຽນກັບ ກູບາ ໃນຫຼາຍຂົງເຂດຄື: ການພັດທະນາເຂດຕົວເມືອງ, ການດຶງດູດການລົງທຶນ… ນະຄອນ ໂຮ່ຈີມິນ ປາດຖະໜາຢາກຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບ ກູບາກ່ຽວກັບທຸກດ້ານຫຼາຍກ່ວາອີກ, ໃນນັ້ນສຸມໃສ່ເຂົ້າບັນດາຂົງເຂດກ່ຽວກັບເຕັກໂນໂລຢີຊີວະພາບ, ສາທາລະນະສຸກ, ການສຶກສາ. ທ່ານ ດິງລາທັງ ກໍ່ຢັ້ງຢືນວ່າ: ນະຄອນ ໂຮ່ຈີມິນ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ນັບມື້ນັບມີວິສາຫະກິດຕ່າງປະເທດຫຼາຍກ່ວາອີກ, ໃນນັ້ນມີ ກູບາ ເຂົ້າມາລົງທຶນ.
ສ່ວນທ່ານ Salvador Valdes Mesa ໃຫ້ຮູ້ວ່າ: ປະເທດ ກູບາ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ການເຮັດວຽກຂອງຄະນະຄັ້ງນີ້ເພື່ອແນໃສ່ຊອກຮູ້ ແລະ ຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າກັບ ຫວຽດນາມເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ ຫຼາຍກ່ວາອີກ. ທ່ານປະທານສະພາແຫ່ງຊາດ ກູບາ Salvador Valdes Mesa ເຊື່ອໝັ້ນວ່າ: ນະຄອນ ໂຮ່ຈີມິນ ຈະນຳເອົາມາກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດຫຼາຍກ່ວາອີກມາໃຫ້ບັນດາວິສາຫະກິດ ກູບາ ໃນໄລຍະຈະມາເຖິງ.