ທ່ານ ດິງລາທັງ ໃຫ້ການຕ້ອນຮັບທ່ານ Kenneth Atkinson
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 21/06 ທ່ານ ດິງລາທັງ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຊີ້ນຳນຳພາສະຫາສະມາຄົມວິສາຫະກິດ ອັງກິດ ຢູ່ ຫວຽດນາມ ໂດຍທ່ານ Kenneth Atkinson ປະທານສະຫະສະມາຄົມນຳໜ້າ. ທ່ານ ດິງລາທັງ ຕີລາຄາສູງເລື່ອງສະຫະສະມາຄົມວິສາຫະກິດ ອັງກິດ ຢູ່ ຫວຽດນາມ ມີຫລາຍການເຄື່ອນໄຫວຄົ້ນຄວ້າການຕະຫລາດ, ຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນເພື່ອເຊື່ອມຕໍ່, ນຳບັນດາວິສາຫະກິດ ອັງກິດ ເຂົ້າມາທຳມາການຄ້າ, ດຳເນີນທຸລະກິດຢູ່ ຫວຽດນາມ; ພ້ອມທັງ ເນັ້ນໜັກວ່າ: ການພົວພັນຮ່ວມມື ຫວຽດນາມ ແລະ ອັງກິດ ເວົ້າລວມ ກໍ່ຄືນະຄອນໂຮ່ຈີມິນ ກັບ ອັງກິດ ເວົ້າສະເພາະ ພວມພັດທະນາຢ່າງດີງາມ. ທ່ານ ດິງລາທັງ ຢືນຢັນວ່າ: ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທຳມາຄ້າຂາຍ, ດຳລົງຊີວິດຢູ່ນະຄອນ, ດ້ວຍຈຸດໝາຍທີ່ວ່າຜົນສຳເລັດ ຂອງວິສາຫະກິດກໍ່ແມ່ນຜົນສຳເລັດຂອງນະຄອນ.