ນະຄອນໂຮ່ຈີມິນຕີລາຄາສະພາບເສດຖະກິດ - ສັງຄົມ 4 ເດືອນຕົ້ນປີ

ນະຄອນໂຮ່ຈີມິນຕີລາຄາສະພາບເສດຖະກິດ - ສັງຄົມ 4 ເດືອນຕົ້ນປີ - ảnh 1
ພາບປະກອບ

(vovworld) – ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວາລະ​ປະຊຸມ​​ຕອນ​ເຊົ້າ​ວັນ​ທີ 24/4, ​ສະພາບ ​ເສດຖະກິດ - ສັງຄົມ 4 ​ເດືອນຕົ້ນ​ປີ ມີ​ການ​ຫັນປ່ຽນ​ຢ່າງຕັ້ງ​ໜ້າ, ບັນດາ​ຕົວ​ເລກ​ຄາດໝາຍ​ເສດຖະກິດ - ສັງຄົມ ສຳຄັນ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ປົກກະຕິ. ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​​ໃນ 4 ​ເດືອນ​ຕົ້ນ​ປີ​ຄາດ​ວ່າ​​ເພີ່ມ​ຂຶ້ນ 5,2% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ວົງ​ເງິນ​ການ​ສົ່ງ​ອອກ​ຂອງ​ນະຄອນ​ມີ​ບາດ​ກ້າວ​ເຕີບ​ໂຕ​ພໍ​ສົ​ມຄວນ, ​ເພີ່ມ​ຂຶ້ນ​ກ່ວາ 22% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ຮັບ​ຈາກ​ຂະ​ແໜງ​ທ່ອງ​ທ່ຽວ​ໃນ 4 ​ເດືອນ​ກໍ່​ເພີ່ມ​ຂຶ້ນ​ເກືອບ 13%. ນະຄອນ​ກໍ່​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​​ໃຫ້​ແກ່​ຄົນ​ງານ 41.000 ຄົນ. ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ, ຕີ​ລາຄາ​ວ່າ:

    “ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ລະດັບເງິນ​ເຟີ້​ຕຳ່​ກ່ວາ 7%. ປະຈຸ​ບັນ, ດັດຊະນີ​ລາຄາ​​ໃຊ້​ສອຍ​​ເພີ່ມ​ຂຶ້ນ​ພຽງ 0,14% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​​ແລະ ທາງ​ນະຄອນ​ອາດ​ສາມາດບັນລຸ​ຈຸດໝາຍ​ຄອບ​ຄຸມ​ໄພ​ເງິນ​ເຟີ້. ບັນ​ລຸ​ໄດ້​ໝາກຜົນ​ນີ້​ ​ແມ່ນ​ຍ້ອນ​ນະຄອນ​ຢືດໝັ້ນ​ປະຕິບັດ​ທຸກ​ມາດ​ຕະການ​ໃນ​ໄລຍະ​ຜ່ານ​ມາ. ພວກ​ເຮົາ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ກຸ່ມ​ມາດ​ຕະການ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ.”

 

ຂ່າວ/ບົດ​ອື່ນ