(ພາບ: vov )
(vovworld) –ມີຊາວໜຸ່ມກ່ວາ 170.000 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກລະດູຮ້ອນປີ 2014, ໃນນັ້ນ, ມີກ່ວາ 80 ຄົນເຄື່ອນໄຫວອາສາສະໝັກສາກົນ. ນັ້ນແມ່ນຄຳປະກາດຂອງຄະນະຊາວໜຸ່ມນະຄອນໂຮ່ຈິມິນ ທີ່ພິທີສະຫລຸບບັນດາບັ້ນອາສາສະໝັກລະດູຮ້ອນປີ 2014 ຈັດຂຶ້ນເມື່ອຕອນຄ່ຳວັນທີ 10/8. ກ່ຽວກັບບັນດາການເຄື່ອນໄຫວອາສາສະໝັກລະດູຮ້ອນປີ 2015, ອ້າຍຫງວຽນແມ້ງເກື່ອງ, ເລຂາຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ສືບຕໍ່ລົງທຶນໃຫ້ແກ່ການກຳແໜ້ນຄວາມຕ້ອງການ, ເງື່ອນໄຂການກິນຢູ່ ໃນແຕ່ລະທ້ອງຖິ່ນ, ຫົວໜ່ວຍ ເພື່ອເປັນພື້ນຖານກຳນົດບັນດາກິດຈະກຳ, ວຽກງານອາສາສະໝັກທີ່ເໝາະສົມກັບຄວາມຕ້ອງການ. ສືບຕໍ່ຍົກສູງຄຸນນະພາບຂອງບັນດາຖັນແຖວສະເພາະກິດ, ພິເສດແມ່ນນຳໃຊ້ພູມປັນຍາຂອງບັນດາເພື່ອນທີ່ໄດ້ຮ່ຳຮຽນແລ້ວເຂົ້າໃນການເຄື່ອນໄຫວອາສາສະໝັກ“.
ບັ້ນອາສາສະໝັກ, ການເຄື່ອນໄຫວອາສາສະໝັກລະດູຮ້ອນປີ 2014 ຂອງຊາວໜຸ່ມນະຄອນໂຮ່ຈິມິນ ບັນລຸໄດ້ຜົນງານຫຼາຍຢ່າງ, ສະແດງໃຫ້ເຫັນບົດບາດປະຈັນບານຂອງຊາວໜຸ່ມໃນການເຂົ້າຮ່ວມການພັດທະນາເສດຖະກິດສັງຄົມຂອງນະຄອນ ແລະ ທ້ອງຖິ່ນຕ່າງໆ, ຕັ້ງໜ້າເຂົ້າຮ່ວມປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ສ້າງສິວິໄລຕົວເມືອງ. ພິເສດ, ບັ້ນການເຄື່ອນໄຫວອາສາສະໝັກລະດູຮ້ອນປີ 2014 ມີຊາວໜຸ່ມອາສາສະໝັກ 230 ຄົນຂຶ້ນກັບບັນດາສະມາຄົມ, ສະໂມສອນ, ໜ່ວຍອາສາສະໝັກສັງກັດອົງການຊາວໜຸ່ມ-ສະມາຄົມອາສາສະໝັກຈົດທະບຽນເຂົ້າຮ່ວມ./.