ນະຄອນໂຮ່ຈິມິນສົ່ງເສີມການລົງທຶນການຄ້າເຂົ້າກຳປູເຈຍ
ທ່ານເລແທງຫາຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: nhandan.com.vn)
|
(vovworld) – ຕອນບ່າຍວັນທີ 9/4, ຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ ໄດ້ດຳເນີນກອງປະຊຸມສຳມະນາ ແລະ ງານວາງສະແດງດ້ວຍຫົວຂໍ້ວ່າ “ສົ່ງເສີມການລົງທຶນ - ການຄ້າລະຫວ່າງນະຄອນໂຮ່ຈິມິນ ແລະ ກຳປູເຈຍ”, ດ້ວຍການເຂົ້າຮ່ວມຂອງວິສາຫະກິດນະຄອນໂຮ່ຈິມິນ 40 ແຫ່ງ ແລະ ວິສາຫະກິດ ກຳປູເຈຍ ກວ່າ 100 ແຫ່ງ. ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ແທ້ກຢື ພ້ອມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ອົງການກວດກາ ກຳປູເຈຍ Men Sam An, ເຈົ້າຄອງນະຄອນຫຼວງ ພະນົມເປັນ Pa Socheatevong ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ງານວາງສະແດງ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຢືນຢັນວ່າ: ນະຄອນ ໂຮ່ຈິມິນ ຕັດສິນໃຈຊຸກຍູ້ ແລະ ໜູນຊ່ວຍການລົງທຶນຂອງບັນດາວິສາຫະກິດຢູ່ຫນະຄອນເຂົ້າ ກຳປູເຈຍ. ກອງປະຊຸມສຳມະນາຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຂອງນະຄອນໂຮ່ຈິມິນ ອັບເດັດຂໍ້ມູນຂ່າວກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ, ຊອກຮູ້ກ່ຽວກັບຄວາມຮຽກຮ້ອງຕ້ອງການ ແລະ ບັນດາໂຄງການບຸລິມະສິດຮຽກຮ້ອງການລົງທຶນຂອງທ້ອງຖິ່ນຕ່າງໆ ກຳປູເຈຍ ກໍ່ຄືໄດ້ພົບປະ ແລະ ແລກປ່ຽນກັບບັນດາຄູ່ຮ່ວມມື ກຳປູເຈຍ ກ່ຽວກັບກາລະໂອກາດຮ່ວມມືໃນໄລຍະຈະມາເຖິງ.
ສ່ວນທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຖືວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈະປະກອບສ່ວນປັບປຸງຄວາມສາມັກຄີ ມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງ 2 ປະເທດໃຫ້ດີງາມກວ່າອີກ, ເພື່ອຜົນປະໂຫຍດຂອງທັງ 2 ຊາດກໍ່ຄືຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງ ອາຊຽນ.