ນະຄອນໂຮ່ຈີມິນ:ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລັດເຊຍ

ນະຄອນໂຮ່ຈີມິນ:ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລັດເຊຍ - ảnh 1
ພາບປະກອບ

(vovworld) - ຕອນ​ຄຳ່​ວັນ​ທີ 30/1, ຫົວໜ້າ​ກົງ​ສູນ​ໃຫຍ່​ສະຫະພັນ​ລັດ​ເຊຍ​ປະຈຳ​ນະຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ສ​.ລັດ​ເຊຍ.

ນະ​ພິທີ, ຫົວໜ້າ​ກົງ​ສູນ​ໃຫຍ່​ສະຫະພັນ​ລັດ​ເຊຍ​ປະຈຳ​ນະຄອນ​ໂຮ່ຈີ​ມິນ Alekei Vladimirovich Popov ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ຢູ່​ລັດ​ເຊຍ​ມີ​ພົນລະ​ເມືອງ​ຫວຽດນາມ 1.500 ກວ່າ​ຄົນ​ພວມ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຢ່າງ​ເປັນ​ທາງ​ການ ​ແລະ ​ເກືອບ  3.500 ຄົນ​ພວມ​ໄດ້​ຮັບ​ການ​ຮຳ່ຮຽນ​ຕາມ​ສັນຍາ. ຄຽງ​ຂ້າງ​ນັ້ນ, ການ​​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ໄປມາ​ເພີ່ມ​ຂຶ້ນ​ເປັນ​ປະຈຳ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວັດທະນະທຳ​ພວມ​ສືບ​ຕໍ່​ເປີດ​ກວ້າງ. ​ໃນ​ນັ້ນ, ນະຄອນ​ໂຮ່ຈີ​ມິນ ​ແລະ ບັນດາ​ແຂວງ​ທາງ​ພາກ​ໃຕ້​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຮອບດ້ານ​ລະຫວ່າງ ສ.ລັດ​ເຊຍ ​ແລະ ຫວຽດນາມ.

ທ່ານ ​ເລ​ແທງ​ລຽມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ບົນ​ພື້ນຖານ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ຍົກ​ສູງ​ນັ້ນ, ນະຄອນ​ໂຮ່ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ ​ແລະ ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ສ.ລັດ​ເຊຍ ທີ່​ຢາກ​ຊອກ​ຮູ້ ​ແລະ ລົງທຶນ​ໄລຍະ​ຍາວ​ຢູ່​ນະຄອນ.


ຂ່າວ/ບົດ​ອື່ນ