ນະຄອນໂຮ່ຈີມິນສະໜັບສະໜູນບັນດານັກລົງທຶນຕ່າງປະເທດລົງທຶນເຂົ້າບັນດາຂົງເຂດທີ່ນຳມາໃຫ້ມູນຄ່າເພີ່ມສູງ
ທ່ານ ຫງວຽນແທ່ງຟອງ ແລະ ທ່ານ Mark Edward Tucker
(ພາບ: VOH)
(vovworld) - ນະຄອນ ໂຮ່ຈີມິນ ສະໜັບສະໜູນບັນດານັກລົງທຶນຕ່າງປະເທດ ລົງທຶນເຂົ້າບັນດາຂົງເຂດ ທີ່ນຳມາໃຫ້ມູນຄ່າເພີ່ມ ສູງ ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ການຕ້ອນຮັບທ່ານ Mark Edward Tucker ປະທານທັງເປັນຜູ້ອຳນວຍການໃຫຍ່ດ້ານບໍລິຫານກຸ່ມບໍລິສັດປະກັນໄພ AIA ໃນຕອນບ່າຍວັນທີ 24/08 ຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ຈຸດໝາຍຂອງນະຄອນແມ່ນສູ້ຊົນກາຍເປັນໃຈກາງການເງິນ, ການຄ້າ, ວິທະຍາສາດ ເຕັກໂນໂລຢີຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ໃນນັ້ນ ເຂດຕົວເມືອງ ຖູທຽມ ຈະກາຍເປັນໃຈກາງເສດຖະກິດການເງິນ. ໃນຊຸມປີຜ່ານມາ, ນະຄອນຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາບັນດາຂົງເຂດ ທີ່ນຳມາໃຫ້ມູນຄ່າເພີ່ມສູງຄື: ການບໍລິການການເງິນ, ທະນາຄານ, ປະກັນສັງຄົມ, ການທ່ອງທ່ຽວ…ດັ່ງນັ້ນ ການນຳນະຄອນ ໂຮ່ຈີມິນ ຍາມໃດກໍ່ຮັບຟັງ ແລະ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບບັນດາວິສາຫະກິດລົງທຶນຕ່າງປະເທດ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກສິ່ງຕິດຂັດ ເມື່ອລົງທຶນເຂົ້ານະຄອນ. ປະຈຸບັນ ນະຄອນ ໂຮ່ຈີມິນ ພວມສ້າງແຜນຮ່າງນະຄອນສະຫລາດໄລຍະເຖິງປີ 2025 ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສ້າງສະພາບແວດລ້ອມດຳລົງຊີວິດໃຫ້ດີກ່ວາ, ປະຊາຊົນ ແລະ ວິສາຫະກິດ ໄດ້ຮັບການຮັບໃຊ້ດີກ່ວາ ແລະ ປະຊາຊົນເຂົ້າຮ່ວມການຄຸ້ມຄອງ, ການຕິດຕາມກວດກາອຳນາດການປົກຄອງ.