ທ່ານ ຫງວຽນແທ່ງຟອງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານ Michael Berhrens
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 21/11, ທ່ານ ຫງວຽນແທ່ງຟອງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານ Michael Berhrens, ປະທານສະຫະສະມາຄົມ ວິສາຫະກິດ ເອີລົບ ຢູ່ ຫວຽດນາມ (Eurocham). ນະທີ່ນີ້, ທ່ານ ຫງວຽນແທ່ງຟອງ ສະເຫນີວ່າ: Eurocham ແບ່ງປັນກ່ຽວກັບບົດຮຽນໃນການສ້າງບັນດາກິດຈະກຳຂຽວຂອງຕົວເມືອງ ຢູ່ ເອີລົບ; ແນະນຳບັນດາອຸປະກອນນຳໃຊ້ເຕັກໂນໂລຊີສູງ, ທັນສະໄຫມ, ປະຢັດພະລັງງານ; ບັນດາມາດຕະການກຳຈັດສິ່ງເສດເຫລືອ ຮັບປະກັນຫລັກອະນາໄມໃຫ້ສິ່ງແວດລ້ອມ, ເຕັກໂນໂລຊີນຳໃຊ້ພະລັງງານຜະລິດຄືນໃຫມ່. ສ່ວນທ່ານ Michael Berhrens ເນັ້ນຫນັກວ່າ: ບັນດາວິສາຫະກິດ ເອີລົບ ພ້ອມແລ້ວ ແບ່ງປັນ ແລະ ປາດຖະຫນາຢາກໄດ້ຮ່ວມມືໃນວິວັດການກໍ່ສ້າງ, ຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນໃຫ້ທັນສະໄຫມ, ພັດທະນາແບບຍືນຍົງ. Eurocham ພ້ອມແລ້ວຮ່ວມມືຫນູນຊ່ວຍ ນະຄອນໂຮ່ຈິມີນ ບຳລຸງສ້າງ, ຍົກລະດັບຄວາມຮູ້ໃຫ້ແກ່ແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ຮັບນັກສຶກສາມາຄົ້ນຄ້ວາ ແລະ ເຮັດວຽກຢູ່ບັນດາບໍລິສັດ, ສູນຄົ້ນຄ້ວາ, ໂຮງຈັກຂອງບັນດາວິສາຫະກິດ ເອີລົບ ຢູ່ ຫວຽດນາມ.