ນະຄອນໂຮ່ຈີມິນແລະອຽກລັງຮ່ວມມືຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ

(VOVWORLD) - ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງສຶກສາ ແລະ ທັກສະ ສ.ອຽກລັງ Richard Bruton ໃນວັນທີ 24 ພະຈິກ,
ນະຄອນໂຮ່ຈີມິນແລະອຽກລັງຮ່ວມມືຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ - ảnh 1ທ່ານຫງວຽນແທ່ງຟອງ  ຕ້ອນຮັບທ່ານ Richard Bruton (ພາບ: TTXVN)

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ການຮ່ວມມືຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງເປົ້າໝາຍກໍ່ສ້າງນະຄອນກາຍເປັນຕົວເມືອງທັນສະໄໝ. ນະຄອນໂຮ່ຈີມິນ ສະເໜີ ອຽກລັງ ເປີດກ້ວາງບັນດາໂຄງການສະໜອງທຶນການສຶກສາໃຫ້ນັກສຶກສາ ຫວຽດນາມ ຕື່ມອີກ; ໜູນຊ່ວຍ, ແບ່ງປັນບົດຮຽນໃນການພັດທະນາຕາໜ່າງສູນສອນວິຊາຊີບ, ຕອບສະໜອງຄວາມຕ້ອງການທາງດ້ານແຫຼ່ງຊັບພະຍາກອນມະນຸດໃຫ້ການພັດທະນາຂອງນະຄອນ ໂຮ່ຈີມິນ ໃນວິວັດການເຊື່ອມໂຍງ.

        ຮັບຮູ້ບັນດາຄຳສະເໜີຂອງການນຳນະຄອນ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ທັກສະ ສ.ອຽກລັງ Richard Bruton ໃຫ້ຄຳໝັ້ນສັນຍາວ່າ ຈະເປີດກ້ວາງບັນດາໂຄງການສະໜອງທຶນການສຶກສາກໍຄືບັນດາໂຄງການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດກ່ວາອີກ. ອຽກລັງ ຈະໜູນຊ່ວຍນະຄອນ ໂຮ່ຈີມິນ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໃຫ້ແທດເໝາະກັບບັນດາຄວາມຕ້ອງການໃໝ່ຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ