ນະ​ຄອນ​ໂຮ່​ຈີ​​ມິນ ຮັບ​ເງິນ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19 ຈາກ​ແຂວງ​ອັດ​ຕະ​ປື, ລາວ

(VOVWORLD) -ວັນທີ 28 ຕຸລາ, ຢູ່ສຳນັກງານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມິນ, ໄດ້ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ (ເທົ່າກັບ 8.200ໂດລາສະຫະລັດ) ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ. ຈຳນວນເງິນດັ່ງກ່າວໂດຍອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື (ລາວ) ໜູນຊ່ວຍອົງຄະນະພັກ, ອຳນາດການປົກຄອງນະຄອນໂຮ່ຈີມິນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ນະ​ຄອນ​ໂຮ່​ຈີ​​ມິນ ຮັບ​ເງິນ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19 ຈາກ​ແຂວງ​ອັດ​ຕະ​ປື, ລາວ - ảnh 1ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມີນ ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນ.(ພາບ: TTXVN)

ທີ່ພິທີ, ທ່ານນາງຫົວໜ້າກົງສູນໃຫຍ່ ພີມພາ ແກ້ວມີໄຊ ໃຫ້ຮູ້ວ່າ, ຂອງຂວັນເຊິ່ງອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື ມອບໃຫ້ນະຄອນໂຮ່ຈີມິນ ແມ່ນອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ຂອງແຂວງອັດຕະປື ທີ່ຝາກໃຫ້ປະຊາຊົນນະຄອນໂຮ່ຈີມິນ, ໃຫ້ກຳລັງໃຈນະຄອນໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ທ່ານນາງໂຕທິບິກເຈົາ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການໜູນຊ່ວຍ ຂອງອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ ທີ່ ການນຳ ແລະ ປະຊາຊົນ 2 ປະເທດລຸ້ນຕ່າງໆໄດ້ເພີ່ມພູມຄູນສ້າງ. ການນຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນຫວັງວ່າ ໃນໄລຍະທີ່ຈະມາເຖິງ, ເມື່ອທັງ 2 ປະເທດຄວບຄຸມໂລກລະບາດໄດ້ໂດຍໄວນັ້ນ, ທາງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ໄດ້ຕົກລົງກັນ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນທັງ 2 ປະເທດ, ປະກອບສ່ວນປັບປຸງ, ຊຸກຍູ້ ສາຍພົວພັນຫວຽດນາມ - ລາວນັບມື້ນັບພັດທະນາ, ເພື່ອຄວາມສີວິໄລຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ