ນະຄອນໂຮ່ຈິມິນ ແລະ ແຂວງ ຈະເຈີງເຊົາ (ໄທ) ເພີ່ມທະວີການ ຊຸກຍູ້ການຮ່ວມມື, ລົງທຶນ

ນະຄອນໂຮ່ຈິມິນ ແລະ ແຂວງ ຈະເຈີງເຊົາ (ໄທ) ເພີ່ມທະວີການ ຊຸກຍູ້ການຮ່ວມມື, ລົງທຶນ - ảnh 1
ກະສິກຳໃຊ້​ເຕັກ​ໂນ​ໂລ​ຊີ​ສູງ
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 31/10, ທ່າ​ນນາງ Nguyen Thi Hong, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເຣືອງສັກ ມະຫາ​ວິ​ນີດ​ໃຊ​ມົນຕີ, ​ເຈົ້າ​​ແຂວງ ​ແລະ ຄະນະ​ນັກທຸລະກິດ​ແຂວງ ຈະ​​ເຈີງ​​ເຊົາ, ປະ​ເທດ​ໄທ ທີ່​ພວມ​ຢູ່​ຢ້ຽມຢາມ, ​ເຮັດ​ວຽກ​ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ເຂົ້າ​ນະຄອນ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ຢືນຢັນ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ຂ້ໍ​ມູນ​ຂ່າວສານ, ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊອກ​ຮູ້, ຊຸກຍູ້​ການ​ຮ່ວມ​ມື,​ ການລົງທຶນ​ທີ່ມີ​ທ່າ​ແຮງ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ການທ່ອງທ່ຽວ. ການ​ນຳ​ສອງ​ທ້ອງ​ຖິ່ນ​​ແບ່ງປັນ​ຄວາມ​ຫວັງ​ຍາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າ​ນຕ່າງ​ມີ​ທ່າ​ແຮງ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ, ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ທ້ອງ​ຖິ່ນ​ຊອກ​ຮູ້​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ຄື; ກະສິກຳ, ການລ້ຽງສັດ, ການທ່ອງ​ທ່ຽວ, ການ​ຄ້າ​ ການ​ບໍລິການ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຕ່ລະ​ຝ່າຍ​ອາດ​ຈະ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ, ການ​ສຳ​ມະ​ນາ ​ເພື່ອ​ຕອບ​ສະໜອງ​ຂໍ້​ມູນ​ແນ​ໃສ່​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ 2 ​ແຂວງ ​ແລະ ນະຄອນ​ກຳ​ໄດ້​ບັນດາ​ກາລະໂອກາດລົງທຶນ ​ເພື່ອ​ຜົນ​ປະ​ໂຫຍດ​ລວມຂອງ 2 ທ້ອງ​ຖິ່ນ ​ແລະ 2 ປະ​ເທດ​ຫວຽດນາມ - ​ໄທ.

ຂ່າວ/ບົດ​ອື່ນ