ນະຄອນ ໂຮ່ຈີມິນ ດຶງດູດວິສາຫະກິດ ອາເມລິກາ ເຂົ້າມາລົງທຶນໃນຂະແໜງຄົມມະນາຄົມອັດສະລິຍະ

(VOVWORLD) -ທ່ານຫງວຽນແທັ່ງຟອງ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງບັນດາເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດອາເມລິກາ ທີ່ມາລົງທຶນ, ດຳເນີນທຸລະກິດຢູ່ນະຄອນ, ໂດຍສະເພາະແມ່ນໃນຂົງເຂດການຮ່ວມມືກໍ່ສ້າງລະບົບຄົມມະນາຄົມອັດສະລິຍະຂອງ ນະຄອນ ໂຮ່ຈີມິນ.
ນະຄອນ ໂຮ່ຈີມິນ ດຶງດູດວິສາຫະກິດ ອາເມລິກາ ເຂົ້າມາລົງທຶນໃນຂະແໜງຄົມມະນາຄົມອັດສະລິຍະ - ảnh 1 ການນໍານະຄອນໂຮ່ຈີມິນ ເຮັດວຽກກັບຄະນະວິສາຫະກິດອາເມລິກາ ກ່ຽວກັບ ຂົງເຂດຄົມມະນາຄົມອັດສະລິຍະ (ພາບ:thanhuytphcm)

ນະຄອນ ໂຮ່ຈີມິນ ແລະ ບັນດາວິສາຫະກິດ ອາເມລິກາ ປາຖະໜາຢາກເຊືຶ່ອມຕໍ່, ເພີ່ມທະວີການຮ່ວມມື ໃນຂົງເຂດການກໍ່ສ້າງລະບົບການຄົມມະນາຄົມອັດສະລິຍະຂອງນະຄອນ, ນີ້ແມ່ນເນື້ອໃນການເຮັດວຽກ ລະຫວ່າງ ທ່ານ ຫງວຽນແທັ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກັບທ່ານ Ian Steff ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ອາເມລິກາ, ຮັບຜິດຊອບຕະຫຼາດທົ່ວໂລກ ແລະ ຄະນະວິສາຫະກິດ ອາເມລິກາ, ເຊີ່ງດຳເນີນໃນຕອນຄໍ່າວັນທີ 6 ທັນວາ, ຢູ່ນະຄອນ ໂຮ່ຈີມິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຫງວຽນແທັ່ງຟອງ ຖືວ່າການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ ຂອງບັນດາວິສາຫະກິດ ອາເມລິກາ ທີ່ເຄື່ອນໄຫວໃນຂົງເຂດຄົມມະນາຄົມ ຈະປະກອບສ່ວນຢ່າງຕັ້ງໜ້າຊຸກຍູ້ການພົວພັນສອງຝ່າຍ ໃນຂົງເຂດຄົມມະນາຄົມອັດສະລິຍະ. ທ່ານຫງວຽນແທັ່ງຟອງ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງບັນດາເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດອາເມລິກາ ທີ່ມາລົງທຶນ, ດຳເນີນທຸລະກິດຢູ່ນະຄອນ, ໂດຍສະເພາະແມ່ນໃນຂົງເຂດການຮ່ວມມືກໍ່ສ້າງລະບົບຄົມມະນາຄົມອັດສະລິຍະຂອງ ນະຄອນ ໂຮ່ຈີມິນ.

ທ່ານ Ian Steff  ກໍ່ສະແດງຄວາມຂອບໃຈມາຍັງນະຄອນ ໂຮ່ຈີມິນ ກ່ຽວກັບການຮ່ວມມືໃນການສ້າງສາຍພົວພັນຄູ່ຮ່ວມມື ກັບກະຊວງການຄ້າ ອາເມລິກາ; ພ້ອມທັງສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມ ລະຫວ່າງ ບັນດາວິສາຫະກິດ ອາເມລິກາ ແລະ ນະຄອນ ໂຮ່ຈີມິນ ແລະ ປາຖະໜາຢາກສືບຕໍ່ຍູ້ແຮງ ການຮ່ວມມື ລະຫວ່າງ ສອງຝ່າຍໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ ແລະ ລະບົບຄົມມະນາຄົມອັດສະລິຍະໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ