ນະຄອນ ໂຮ່ຈີມິນ ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນໃນແຜນຮ່າງກໍ່ສ້າງຕົວເມືອງສະຫລາດ

(VOVWORLD) - ປີ 2018, ນະຄອນ ໂຮ່ຈີມິນ ຈະຜັນຂະຫຍາຍບັນດາກິດຈະການສຳຄັນໃນແຜນຮ່າງ “ກໍ່ສ້າງນະຄອນ ໂຮ່ຈີມິນ ກາຍເປັນນະຄອນສະຫລາດໄລຍະ 2017 – 2020, ວິໄສທັດຮອດປີ 2025”.
ນະຄອນ ໂຮ່ຈີມິນ ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນໃນແຜນຮ່າງກໍ່ສ້າງຕົວເມືອງສະຫລາດ - ảnh 1 ນະຄອນ ໂຮ່ຈີມິນ

ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາຢູ່ກອງປະຊຸມສະຫລຸບ 1 ປີແຫ່ງການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ (VNPT) ໃນຕອນບ່າຍວັນທີ 27 ທັນວາ.

        ປີ 2017, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ ໄດ້ກຳນົດ 4 “ເສົາຄ້ຳ” ເພື່ອສ້າງຕົວເມືອງສະຫລາດໃຫ້ສຳເລັດ.

        ປີ 2018, ນະຄອນ ໂຮ່ຈີມິນ ສືບຕໍ່ຮ່ວມມືກັບກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ ໃນການສ້າງສະຖາປັດຕະຍະກຳຕົວເມືອງສະຫລາດ, ບັນດາການເຊື່ອມຕໍ່ ແລະ ການບໍລິການຕົວເມືອງສະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ