ນະໂຍບາຍກ່ຽວກັບການ ລົບລ້າງຄວາມອຶດຫິວ: ຫຼຸດຜ່ອນຄວາມທຸກຍາກ ໄດ້ເສີມຂະຫຍາຍຄຸນປະໂຫຍດ
(ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ
ແລະ ສັງຄົມຫວຽດນາມ ຟ້າມທິຫາຍຈວຽນ)
(vovworld) - ນະໂຍບາຍກ່ຽວກັບການລົບລ້າງຄວາມອຶດຫິວ: ຫຼຸດຜ່ອນຄວາມທຸກຍາກ ໄດ້ເສີມຂະຫຍາຍຄຸນປະໂຫຍດ, ນັ້ນແມ່ນຄຳຢືນຢັນຂອງທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຟ້າມທິຫາຍຈວຽນ, ໃນລາຍການປະຊາຊົນຖາມລັດຖະມົນຕີຕອບ ໃນອາທິດຜ່ານມາ. ທ່ານນາງລັດຖະມົນຕີ ຟ້າມທິຫາຍຈວຽນ ໃຫ້ຮູ້ວ່າ ການປະຕິບັດຈຸດໝາຍຫຼຸດຜ່ອນຄວາມທຸກຍາກ ແມ່ນນະໂຍບາຍທະລຸລົງຂອງພັກ ແລະ ລັດ, ຍຸດທະສາດຫຼຸດຜ່ອນຄວາມທຸກຍາກໄລຍະ 2012 – 2015 ດ້ວຍຫຼາຍນະໂຍບາຍຢ່າງລະອຽດ, ອັດຕາຫຼຸດຜ່ອນຄວາມທຸກຍາກໄດ້ວາງຈຸດໝາຍສະເລ່ຍແຕ່ລະປີແມ່ນ 2%/ປີ. ທ່ານນາງລັດຖະມົນຕີ ຟ້າມທິຫາຍຈວຽນ ຊີ້ແຈ້ງວ່າ.
“ໃນຊຸມປີມໍ່ໆມານີ້, ເສດຖະກິດ, ງົບປະມານແຫ່ງລັດປະສົບກັບຄວາມຫຍຸ້ງຍາກ ແຕ່ງົບປະມານໃຫ້ແກ່ການຫຼຸດຜ່ອນຄວາມຫຍຸ້ງຍາກບໍ່ຫຼຸດລົງ ຫາກຍັງເພີ່ມຂຶ້ນ, ໃນນັ້ນຄິດສະເລ່ຍປີ 2008 ແມ່ນ 90.000 ຕື້ດົງ/ປີ ພາຍຫຼັງ 3 ປີໄລຍະແຕ່ປີ 2011 – 2013 ແມ່ນ 120.000 ຕື້ດົງ/ປີ. ອັນໄດ້ຢືນຢັນຄວາມຕັດສິນໃຈຂອງພັກ, ລັດ ເພື່ອແນໃສ່ຫຼຸດຜ່ອນອັດຕາຄອບຄົວທຸກຍາກຢູ່ຫວຽດນາມ ຢ່າງວ່ອງໄວ ແລະ ຕັດສິນໃຈເຮັດສຳເລັດຈຸດໝາຍສະຫັດສະວັດ. ທະນາຄານໂລກຢືນຢັນວ່າ ຫວຽດນາມ ແມ່ນຈຸດສະຫງ່າງສະໄຫວໃນການປະຕິບັດຈຸດໝາຍສະຫັດສະວັດ, ໃນນັ້ນມີຈຸດໝາຍຫຼຸດຜ່ອນຄວາມທຸກຍາກ”.
ທ່ານນາງລັດຖະມົນຕີ ຟ້າມທິຫາຍຈວຽນ ກໍ່ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຈະສ້າງນະໂຍບາຍເພື່ອໃຫ້ປະຊາຊົນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.